วันเสาร์ที่ 2 สิงหาคม พ.ศ. 2551

ຄວາມເຄື່ອນໄຫວຂອງອົງການທາງລົດໄຟລາວ


ເມື່ອບໍ່ດົນມານີ້ໄດ້ມີຂ່າວອອກມາວ່າ: ລົດໄຟລະຫວ່າງ ລາວ-ໄທ ໄດ້ແລ່ນທົດລອງຮອບທຳອິດໄປແລ້ວ ລະ
ຫວ່າງແຂວງໜອງຄາຍ ແລະ ນະຄອນຫຼວງວຽງຈັນ ຮອດວັນທີ 25 ມິຖຸນາ 2008 ກອງປະຊຸມວິຊາການລະຫວ່າງການ
ລົດໄຟແຫ່ງປະເທດໄທ ແລະ ອົງການທາງລົດໄຟລາວ ກໍໄດ້ຈັດຂຶ້ນຢູ່ໂຮງແຮມພີພີ ແຂວງຂອນແກ່ນ ປະເທດໄທ ໂດຍ
ເປັນປະທານຮ່ວມລະຫວ່າງທ່ານ ສອນສັກ ນ.ຍານຊະນະ ຮອງຫົວຫນ້າອົງການທາງລົດໄຟລາວ ແລະ ທ່ານ ວິໂຣດ
ຕຼຽມພົງພັນ ຜູ້ຈັດການຝ່າຍການຕະຫລາດການລົດໄຟແຫ່ງປະເທດໄທ ທີ່ມີວິຊາການສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຕົກລົງດັ່ງນີ້: ເບື້ອງຕົ້ນຈະນຳໃຊ້ຕູ້ລົດໄຟຊະນິດນອນ ປັບອາກາດຊັ້ນ 1 ແລະ ຊັ້ນ 2 ຈຳນວນ
3 ຕູ້ ສາມາດບັນທຸກຜູ້ໂດຍສານປະມານ 40 ຄົນ/ຕູ້ ໂດຍແມ່ນຂະບວນລົດຫມາຍເລກ 69 (ປັດຈຸບັນແລ່ນຈາກບາງກອກ
-ຫນອງຄາຍ) ຊຶ່ງອອກຈາກບາງກອກ 20:00 ໂມງ ຮອດຫນອງຄາຍເວລາ 8:35 ໂມງ ຫລັງຈາກກວດກາເອກະສານ
ເດີນທາງຢູ່ດ່ານຝັ່ງຫນອງຄາຍແລ້ວ (ໃຊ້ເວລາປະມານ 45 ນາທີ) ເວລາ 9:10 ໂມງ ຂະບວນລົດອອກຈາກຫນອງຄາຍ
ມາເຖິງທ່ານາແລ້ງ ເວລາ 9:25 ໂມງ ເວລາ 9:55 ໂມງ ຂະບວນລົດໄຟອອກຈາກທ່ານາແລ້ງ ກັບໄປຫນອງຄາຍ ເພື່ອ
ລ້າງອັດສີດ ອະນາໄມ ແລະ ກວດກາເຕັກນິກ ຕອນແລງເວລາ 16:20 ໂມງ ຂະບວນລົດໄຟອອກຈາກຫນອງຄາຍ ເຖິງ
ທ່ານາແລ້ງ ເວລາ 16:35 ເພື່ອຮັບຜູ້ໂດຍສານອອກຈາກທ່ານາແລ້ງ ເວລາ 17:05 ໂມງ ຮອດຫນອງຄາຍ 17:20 ໂມງ
ກວດກາເອກະສານເດີນທາງຢູ່ສະຖານີຫນອງຄາຍ ແລ້ວຂະບວນລົດອອກຈາກຫນອງຄາຍ ເວລາ 18:20 ໂມງ.
ໃນກໍລະນີຈຳນວນຜູ້ໂດຍສານເພີ່ມຂຶ້ນ ກໍສາມາດເພີ່ມຕູ້ໂດຍສານຂຶ້ນອີກໄດ້.
ເຖິງແນວໃດກໍຕາມ ກອງປະຊຸມບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບອັດຕາຄ່າຜູ້ໂດຍສານ ພຽງແຕ່ວ່າຈະແຈ້ງໃຫ້ຊາບ
ຕາມພາຍຫລັງ.
ຂະນະດຽວກັນແຫລ່ງຂ່າວໄດ້ແຈ້ງໃຫ້ຊາບກ່ຽວກັບການຄາດຄະເນມູນຄ່າການກໍ່ສ້າງທາງລົດໄຟໃນ ສປປ
ລາວ ທັງສາຍຕັ້ງ ແລະ ສາຍຂວາງວ່າ: ເສັ້ນທາງລົດໄຟແຕ່ວຽງຈັນ-ຫລວງພະບາງ ບໍ່ເຕັນ ຍາວ 530 ກິໂລແມັດ ວຽງຈັນ
-ທ່າແຂກ ຍາວ 330 ກິໂລແມັດ ເສັ້ນທາງລົດໄຟແຕ່ທ່າແຂກ-ສະຫວັນນະເຂດ-ປາກເຊ-ວັງເຕົາ ຍາວ 372 ກິໂລແມັດ
ສ່ວນເສັ້ນທາງລົດໄຟສາຍຂວາງ ແຕ່ທ່າແຂກ ຫາ ມູຢາ ຍາວ 135 ກິໂລແມັດ ລຽບຕາມເສັ້ນທາງເລກທີ 12-3A ເສັ້ນ
ທາງລົດໄຟແຕ່ສະຫວັນນະເຂດ-ລາວບາວ ຍາວ 215 ກິໂລແມັດ (ລຽບຕາມເສັ້ນທາງເລກ 9-3C) ເສັ້ນທາງລົດໄຟແຕ່
ຫຼວງພະບາງ ຫາ ຊຽງຂວາງ ຫາຊາຍແດນຫວຽດນາມ ຍາວ 298 ກິໂລແມັດ (ທາງເລກ 4) ເສັ້ນທາງລົດໄຟແຕ່ປາກຊັນ
ຫາຊຽງຂວາງ ຍາວ 123 ກິໂລແມັດ (ທາງເລກ 5) ເສັ້ນທາງລົດໄຟຫາບໍ່ເຕັນ-ຫ້ວຍຊາຍ ຍາວ 230 ກິໂລແມັດ (ທາງ
ເລກ 6) ແລະ ເສັ້ນທາງລົດໄຟແຕ່ນາປີງ-ສາລະວັນ-ດ່ານລະໄລ ຍາວ 215 ກິໂລແມັດ (ລຽບຕາມເສັ້ນທາງເລກ 15Œ7)
ເຊິ່ງມີມູນຄ່າການກໍ່ສ້າງທາງລົດໄຟສາຍຕັ້ງທີ່ໄດ້ຄິດໄລ່ໄວ້ປະມານ 6.160.766.800 ໂດລາສະຫະລັດ ແລະ ສາຍຂວາງ
ປະມານ 6.872.695.000 ໂດລາສະຫະລັດ ສ່ວນຈະມີການກໍ່ສ້າງເວລາໃດນັ້ນ ແຫລ່ງຂ່າວບໍ່ໄດ້ລາຍງານໃຫ້ຊາບ.
ອ້າງອີງ
http://www.vientianemai.net/news.php?TopicID=2&NewsID=3651

ไม่มีความคิดเห็น: