วันอาทิตย์ที่ 10 สิงหาคม พ.ศ. 2551

ຄະນະຊ່ຽວຊານທາງດ້ານສິ່ງແວດລ້ອມມີຄວາມເປັນຫ່ວງເຂດປ່ານາກາຍ

ຄະນະຊ່ຽວຊານທາງດ້ານສິ່ງແວດລ້ອມທີ່ເຮັດວຽກໃຫ້ແກ່ລັດຖະບານລາວ ແລະ ທະນາໂລກ ໄດ້ສະເໜີໃຫ້ທາງລາວ
ດຳເນີນການຈົດທະບຽນເຂດປ່າສະຫງວນນາກາຍ-ນ້ຳເທີນ ຢູ່ແຂວງຄຳມ່ວນໃຫ້ເປັນແຫລ່ງມໍລະດົກໂລກໂດຍໄວ ເພື່ອ
ອະນຸລັກສັດປ່າ ແລະ ພຶດພັນທີ່ສ່ຽງຕໍ່ການສູນພັນໃນເຂດດັ່ງກ່າວ.


ໝູ່ບ້ານຈັດສັນທີ່ຫາກໍ່ຕັ້ງໃໝ່

ແຕ່ຢ່າງໃດກໍ່ຕາມການດຳເນີນງານອາດຈະໃຊ້ເວລາ 3-4 ຫລື 5 ປີ ອາດບໍ່ເກີດຂື້ນໄດ້ງ່າຍ ເນື່ອງຈາກ ທາງການລາວ ເຮົາ ໄດ້ດຳເນີນການຈົດທະບຽນແຫລ່ງມໍລະດົກໂລກອີກ 2 ແຫ່ງຄື: ທົ່ງໄຫຫິນ ກັບ ຄອນພະເພງ (ເຈົ້າຫນ້າທີ່ກ່າວໃນວັນພຸດ ທີ 22 ສິງຫານີ້)

"ພວກເຮົາໄດ້ກ່າວເຖິງເລື່ອງນີ້ມາຕັ້ງແຕ່ປີທຳອິດ ແຕ່ຂະນະນີ້ພວກເຮົາຈິງຈັງກັບເລື່ອງນີ້ຫລາຍ" ດຣ. ລີ ທັລບອຕ (Lee Talbot, PhD) ກ່າວລະຫວ່າງການຖະແຫລງຂ່າວໃນນະຄອນຫລວງວຽງຈັນ ໃນວັນພຸດ.

ເຂດປ່າຕົ້ນນ້ຳທີ່ມີບໍລິເວນຕິດກັບເຂື່ອນຜະລິດໄຟຟ້ານ້ຳເທີນ 2 "ເປັນປ່າຂະໜາດໃຫຍ່ທີ່ສຸດ ແລະ ມີສັດປ່າສາຍພັນຕ່າງໆ ເຊິ່ງຫລາຍກວ່າເຂດອື່ນໆ ໃນລາວ" ດຣ. ທັລບອຕກ່າວ.

ໃນຜ່ານມາໄດ້ມີການຄົ້ນພົບສັດປ່າຫາຍາກສາຍພັນໃຫມ່ໆ ຈຳນວນຫລາຍ ເຊິ່ງເຈົ້າຫນ້າທີ່ສາມາດຖ່າຍຮູບເກັ້ງຍັກ (large antlered Muntjac) ໄດ້ເປັນຄັ້ງທຳອິດນັບຕັ້ງແຕ່ມີຄົນພົບເຫັນເມື່ອປະມານ 13 ປີກ່ອນ ແລະ ຍັງຖ່າຍຮູບກະຕ່າຍປ່າອັນນຳຂ້າງລາຍ (annamite striped rabbit) ຊຶ່ງຫາພົບໄດ້ຍາກ.

ທີ່ຕັ້ງເຂື່ອນນ້ຳເທິນ 2 ໃນແຂວງຄຳມ່ວນ, ແຫລ່ງມໍລະດົກໂລກທາງທຳມະຊາດ ແຫ່ງໃຫມ່ເຊິ່ງຄອບຄຸມພື້ນທີ່ໄປຮອດຊາຍແດນຫວຽດນາມທີ່ມີເຂດປ່າພູເຂົາຕິດຕໍ່ ກັນ ເຊິ່ງສັດປ່າເຄື່ອນປິນໄປມາຫາກັນໄດ້
ເຂດປ່ານາກາຍ-ນ້ຳເທິນ ຍັງເປັນແຫລ່ງອາໄສຂອງກວາງສາວຫລ່າ ທີ່ຫາຍາກ ແລະ ມີຈຳນວນເຫລືອຢູ່ໜ້ອຍ ທັງເປັນແຫ່ງເພາະພັນຂອງຊ້າງປ່າອີກຈຳນວນໜື່ງ

ຜູ້ຊ່ຽວຊານເຊື່ອວ່າ: ຍັງມີເສືອໂຄງສາຍພັນອິນໂດຈີນທີ່ຍັງເຫລືອຢູ່ອີກຈຳນວນຫນື່ງ, ດຣ. ທັລບອຕເວົ້າວ່າ: ເຂດປ່າຕົ້ນ ນ້ຳເທີນ ມີໜ່ວຍງານທີ່ຮັບຜິດຊອບທີ່ມີສັກກະຍະພາບ ແລະ ມີປະສິດທິພາບໃນການກຳກັບເບິ່ງແຍງແຫລ່ງມໍລະດົກໂລກ ແຫ່ງໃຫມ່ຕະຫລອດ 30 ປີອາຍຸສຳປະທານໂຄງການເຂື່ອນນ້ຳເທີນ 2

ທະນາຄານໂລກໄດ້ຜັກດັນໃຫ້ມີການຈັດຕັ້ງໜ່ວຍງານເພື່ອອະນຸລັກ ແລະ ຈັດການເຂດນ້ຳ ຫລື WMPA (Watershed Management and Protection Authority) ຂື້ນມາເພື່ອຮັບຜິດຊອບ ແລະ ຈັດການກັບເຂດປ່າຕົ້ນນ້ຳ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນ້ຳເທີນ 2

ລັດຖະບານລາວໄດ້ຈ້າງຄະນະຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ຫລື POE (Environmental and Social Panel of Experts) ຂື້ນມາເຮັດວຽກຮ່ວມກັບກຸ່ມທີ່ປຶກສາ (International Advisory Group) ຂອງທະນາຄານໂລກ ຫລື IAG ໃນການສຶກສາ ຕິດຕາມດູແລ ແລະ ປະເມິນຜົນຂອງໂຄງການເຂື່ອນນ້ຳເທີນ 2

ຮູບຈຳລອງທາງພູມສາດສະແດງໃຫ້ເຫັນອ່າງເກັບນ້ຳທີ່ກວມເນື້ອທີ່ 450 ກິໂລຕາແມັດ

ທາງລຸ່ມຍັງເປັນປ່າທີ່ອຸດົມສົມບູນ ເຊິ່ງເປັນບ່ອນອາໄສຂອງສັດລ້ຽງລູກດ້ວຍນົມ ທີ່ສ່ຽງຕໍ່ການສູນພັນຫລາຍ

ກວາງສາວຫລ່າ (Saola) ພົບຄັ້ງທຳອິດໃນເຂດປ່າສະຫງວນຂອງຝັ່ງ ແຂວງຫ່າຕິ໋ງ (Ha Tinh) ກັບ ແຂວງກວ໋າງຈິ (Quang Tri) ໃນຫວຽດນາມ ຕໍ່ມາມີການພົບເຫັນໃນເຂດປ່າສະຫງວນ ນາກາຍ-ນ້ຳເທີນ ອີກ.


"ເກັ້ງຍັກ" ມີຄົນພົບເຫັນເມື່ອ 13 ປີກ່ອນ ແລະ ຫາກໍ່ພົບເຫັນຕອນມັນຍ່າງ ໄປເຕະສາຍລັ່ນຊັດເຕີ ແຫ່ງປ່ານາກາຍ-ນ້ຳເທີນ ເມື່ອບໍ່ດົນມານີ້

ເສືອໂຄ່ງລາຍອິນໂດຈີນ ບໍ່ໄດ້ພົບເຫັນມາດົນແລ້ວ ເຫັນແຕ່ຊາກທີ່ຖິ້ມປະໄວ້ ແຕ່ກໍ່ເຊື່ອກັນວ່າຍັງມີຢູ່ໃນປ່ານາກາຍ-ນ້ຳເທີນ, ໃນຫວຽດນາມກໍ່ມີຈຳນວນຫລາຍ

ປັດຈຸບັນນີ້ອົງການຍູເນສໂກ ໄດ້ຈົດທະບຽນແຫລ່ງມໍລະດົກໂລກໃນລາວໄປແລ້ວຈຳນວນ 2 ແຫ່ງ ຄື: ເຂດເມືອງເກົ່າ ຫລວງພະບາງ ກັບ ວັດພູຈຳປາສັກ ຊຶ່ງເປັນບູຮານສະຖານທີ່ສ້າງຂື້ນກ່ອນປຣາສາດຫີນນະຄອນວັດ ໃນກຳປູເຈ້ຍ

ຢ່າງໃດກໍ່ຕາມ ທ່ານ ຍົ້ງ ຈັນທະລັງສີ ໂຄສົກກະຊວງການຕ່າງປະເທດກ່າວໃນການຖະແຫລ່ງຂ່າວວ່າ: ລັດຖະບານ ລາວຕິດພັນດຳເນີນການຈົດທະບຽນສະຖານທີ່ອີກ 2 ແຫ່ງ ເປັນແຫລ່ງມໍລະດົກໂລກ ຄື: ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ກັບ ຄອນພະເພັງ, ແຕ່ຍັງບໍ່ມີຄວາມຊັດເຈນວ່າ ຈະມີການດຳເນີນການຈົດທະບຽນເຂດປ່າສະຫງວນນ້ຳເທີນ ໃຫ້ເປັນ ມໍລະດົກໂລກ ຫລືບໍ່?, ແຕ່ສ່ວນທີ່ສຳຄັນກໍ່ຄື: ໄດ້ມີຄວາມຫ່ວງໃຍ ແລະ ມີຄວາມພະຍາຍາມຫາທາງແກ້ໄຂບັນຫາເຫລົ່ານີ້" ຢູ່.
ຊ້າງປ່າ ຍັງມີໃຫ້ເຫັນ

ອ້າງອິງຈາກ
http://www.mahasan.com/news_events/domestic_news/nakay_environment.html

ไม่มีความคิดเห็น: