วันอังคารที่ 5 สิงหาคม พ.ศ. 2551

ເຈົ້າຄອງນະຄອນຫລວງ ກວດກາສະພາບຕາຝັ່ງເຈື່ອນແຄມຂອງ



ຕອນແລງວັນທີ 4 ສິງຫາ 2008 ຜ່ານມານີ້ ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງ
ຈັນ ພ້ອມດ້ວຍຄະນະຮັບຜິດຊອບຕ້ານແລ້ງ-ຕ້ານຖ້ວມ ຂັ້ນນະຄອນຫລວງວຽງຈັນ ໄດ້ລົງໄປກວດເບິ່ງສະພາບຕາຝັ່ງ
ເຈື່ອນ ຢູ່ລຽບຕາມແຄມແມ່ນ້ຳຂອງ ນັບແຕ່ເມືອງສີໂຄດຕະບອງ ຫາເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ການລົງໄປກວດກາເບິ່ງຕົວຈິງຂອງສະພາບຕາຝັ່ງເຈື່ອນພົບວ່າ ເຂດຄູກັນນ້ຳຢູ່ຈຸດວັດບ້ານສີບຸນເຮືອງ (ເກົ້າ
ລ້ຽວ) ແລະ ຈຸດຫ້ອງການບ້ານວັດໄຕໃຫຍ່ທ່າ ເມືອງສີໂຄດຕະບອງ ແມ່ນມີການເຊາະເຈື່ອນເຂົ້າມາເກືອບເຖິງເຄິ່ງກາງ
ຄູກັນນ້ຳແລ້ວ ຍ້ອນສະພາບນ້ຳຂອງມີລະດັບສູງ ເຂດດັ່ງກ່າວນີ້ ເມື່ອສົມທຽບໃສ່ລະຫວ່າງຫນ້ານ້ຳຂອງ ກັບລະດັບຫນ້າ
ດິນປຸກສ້າງຂອງປະຊາຊົນ ເບື້ອງຫລັງຄູກັນນ້ຳແລ້ວ ເຫັນວ່າຢູ່ໃນລະດັບດຽວກັນ ຖ້າບໍ່ມີຄູກັນນ້ຳກໍຈະເຮັດໃຫ້ນ້ຳຂອງ
ໄຫລເຂົ້າມາ ແຕ່ປັດຈຸບັນ ຈຸດເຊາະເຈື່ອນດັ່ງກ່າວ ຍັງບໍ່ເຖິງຂັ້ນຮ້າຍແຮງ ຖ້ານ້ຳຂອງຢູ່ໃນລະດັບປັດຈຸບັນ ແຕ່ຖ້າຫາກ
ລະດັບນ້ຳຂອງສູງຂຶ້ນຕື່ມໃນຕໍ່ຫນ້າ ຈະເຮັດໃຫ້ຈຸດດັ່ງກ່າວພົບບັນຫາ ຖ້າບໍ່ປ້ອງກັນ.
ສ່ວນຢູ່ເຂດນາທາມ ແລະ ວັດບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ເຊິ່ງເປັນເຂດທີ່ເນື້ອທີ່ຢູ່ເບື້ອງນອກຄູກັນ
ນ້ຳຂອງ ລະດັບນ້ຳຂອງກັບລະດັບຫນ້າດິນ ຫລຸດລື່ນກັນພຽງແຕ່ 1Œ1,20 ແມັດ ເຂດດັ່ງກ່າວພັດເປັນເຂດທີ່ແລວນ້ຳກະ
ທົບໃສ່ແຕ່ລະປີ ເມື່ອເຖິງລະດູຝົນ ລະດັບນ້ຳຂອງຂຶ້ນສູງ ຈະເຮັດໃຫ້ຕາຝັ່ງມີການເຊາະເຈື່ອນປີລະ 4-6 ແມັດ ສະເພາະ
ປີນີ້ກໍມີການເຊາະເຈື່ອນມາແລ້ວ 4-5 ແມັດ ເຊິ່ງປີຜ່ານມາ ທາງນະຄອນຫລວງ ກໍໄດ້ມີການແກ້ໄຂດ້ວຍການກໍ່ສ້າງຕາ
ຝັ່ງເຈື່ອນ ແຕ່ຍ້ອນປີນີ້ ລະດັບນ້ຳຂອງຂຶ້ນສູງ ເຮັດໃຫ້ກັ້ນບໍ່ຢູ່ ເຂດດັ່ງກ່າວ ນອກຈາກຈະມີການເຊາະເຈື່ອນໃນໄລຍະນ້ຳ
ຂຶ້ນແລ້ວ ເວລານ້ຳລົງກໍຍັງມີການເຊາະເຈື່ອນຕື່ມອີກ ອັນໄດ້ເຮັດໃຫ້ເນື້ອທີ່ປຸກສ້າງ ແລະ ເນື້ອທີ່ສວນຂອງປະຊາຊົນຖືກ
ນ້ຳຂອງເຊາະເຈື່ອນປີລະເລັກລະຫນ້ອຍ ມີບາງຈຸດເຊາະເຈື່ອນເຖິງຄູກັນນ້ຳແລ້ວ ຕໍ່ກັບສະພາບການດັ່ງກ່າວ ທາງອຳ
ນາດການປົກຄອງນະຄອນຫລວງ ກໍມີຄວາມເປັນຫ່ວງເປັນໄຍ ແຕ່ລະປີເມື່ອເຖິງລະດູແລ້ງ ກໍໄດ້ມີການສ້ອມແປງຄູກັນ
ນ້ຳຈຸດທີ່ມີການເຊາະເຈື່ອນ ແລະ ກໍ່ສ້າງຕ້ານຕາຝັ່ງເຈື່ອນ ແຕ່ຍ້ອນງົບປະມານບໍ່ຫລາຍ ຈຶ່ງແກ້ໄຂຈຸດທີ່ຈຳເປັນ ກໍຄືເຂດ
ອັນຕະລາຍກ່ອນເພື່ອປ້ອງກັນ.
ພາຍຫລັງທີ່ທ່ານເຈົ້າຄອງນະຄອນຫລວງ ພ້ອມຄະນະຮັບຜິດຊອບຕ້ານແລ້ງ-ຕ້ານຖ້ວມ ລົງພົບເຫັນສະ
ພາບຕົວຈິງ ແລະ ໄດ້ຮັບຟັງການລາຍງານຂອງອຳນາດການປົກຄອງບ້ານ ແລະ ເມືອງເຂດດັ່ງກ່າວ ແລ້ວເຫັນວ່າ ເຂດ
ການເຊາະເຈື່ອນດັ່ງກ່າວ ຕ້ອງໄດ້ຮັບການແກ້ໄຂໂດຍໄວ ທ່ານເຈົ້າຄອງນະຄອນຫລວງ ກໍໄດ້ແນະນຳໃຫ້ຫ້ອງວ່າການນະ
ຄອນຫລວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີການຕິດຕາມຕະຫລອດ ພ້ອມທັງອອກແຈ້ງການບໍ່ໃຫ້ລົດບັນທຸກ
ຫນັກ ແລະ ເຮືອບັນທຸກຂະຫນາດໃຫຍ່ ແລ່ນໃກ້ຂອບເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ກະທົບກະເທືອນ ບໍ່ດັ່ງນັ້ນຈະເຮັດ
ໃຫ້ມີການເຊາະເຈື່ອນ ສະນັ້ນ ທັງຕ້ອງປຸກລະດົມກຳລັງກຽມດິນ ແລະ ກະສອບຊາຍປ້ອງກັນ ໂດຍນຳໃຊ້ງົບທີ່ແຮໄວ້
ສ່ວນໄລຍະລະດູແລ້ງ ແມ່ນໃຫ້ປູກຕົ້ນໄມ້ໃສ່ ແລະ ກໍ່ສ້າງຕ້ານຕາຝັ່ງເຈື່ອນເພື່ອປ້ອງກັນປີຕໍ່ໆໄປ.

ຂໍ້ມູນຈາກ
http://www.vientianemai.net/news.php?TopicID=1&NewsID=3979

ไม่มีความคิดเห็น: