วันอังคารที่ 5 สิงหาคม พ.ศ. 2551

ໃຫ້ຄວາມຮູ້ແກ່ປະຊາຊົນ ຄຸ້ມຄອງ ແລະ ຮັກສາສິ່ງແວດລ້ອມ

ກອງປະຊຸມເຜີຍແຜ່ກ່ຽວກັບ ບັນຫາທີ່ດິນ ແລະ ກົດຫມາຍວ່າດ້ວຍປ່າໄມ້ ແລະ ສິ່ງແວດລ້ອມ ໄດ້ຈັດຂຶ້ນໃນ
ຕອນເຊົ້າວັນທີ 1 ສິງຫາ 2008 ນີ້ ຢູ່ທີ່ຫ້ອງການບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍເປັນປະທານ
ຂອງທ່ານ ພູວຽງ ບຸນສິລິ ຮອງເຈົ້າເມືອງໄຊທານີ ຊຶ່ງມີຮອງຫົວຫນ້າ ອົງການຄຸ້ມຄອງທີ່ດິນນະຄອນຫລວງວຽງຈັນ ຫົວ
ຫນ້າຂະແຫນງປ່າໄມ້ ນະຄອນຫລວງວຽງຈັນ ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການເຜີຍແຜ່ກ່ຽວກັບ ບັນຫາທີ່ດິນ ແລະກົດຫມາຍວ່າດ້ວຍ
ປ່າໄມ້ ແລະ ສິ່ງແວດລ້ອມ ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງກັບແຜນການນະໂຍບາຍຂອງພັກ-ລັດຖະບານ ເພື່ອເຮັດ
ແນວໃດ ໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນທີ່ດິນ ແລະ ປ່າໄມ້ ກໍຄືປ່າສະຫງວນຫ້ວຍຍາງ
ໃຫ້ມີຄວາມສອດຄ່ອງ ຖືກຕ້ອງກັບແຜນພັດທະນາໃນໄລຍະໃຫມ່ ໃຫ້ທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມ ໃນການຄຸ້ມຄອງ
ແລະ ປົກປັກຮັກສາປ່າໄມ້ ແລະ ສະພາບແວດລ້ອມ ໃຫ້ຍືນຍົງ ແລະ ອຸດົມສົມບູນຢູ່ເລື້ອຍໆ ທັງນີ້ກໍເພື່ອເປັນການສຶກສາ
ອົບຮົມ ແລະ ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈແຈ້ງກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ບໍ່ຄິດຈະທຳລາຍ
ຢ່າງຊະຊາຍ ຈົນສົ່ງຜົນກະທົບທາງລົບຄືໃນປັດຈຸບັນນີ້.

ຂໍ້ມູນຈາກ
http://www.vientianemai.net/news.php?TopicID=1&NewsID=3983

ไม่มีความคิดเห็น: