วันพุธที่ 6 สิงหาคม พ.ศ. 2551

ເປີດປະຕູນໍ້າລົ້ນຂອງເຂື່ອນນຳ້ງື່ມໃນລະດັບ 2 ແມັດ

ລາຍງານຂ່າວຈາກທ່ານ ວັນທອງ ຄຳລຸນວິໄລວົງ ຮອງຫົວຫນ້າເຂື່ອນໄຟຟ້ານຳ້ງື່ມ ເມື່ອຕອນບ່າຍຂອງວັນທີ 5/8/2008 ໃຫ້ຮູ້ວ່າ: ນັບແຕ່ວັນທີ 1/8/2008 ເປັນຕົ້ນມາ ປະຕູນຳ້ລົ້ນຂອງເຂື່ອນນຳ້ງື່ມໄດ້ເປີດນຳ້ອອກຈາກຫນ້າເຂື່ອນໃນລະດັບ 2,00 ແມັດ ຊຶ່ງເມື່ອກ່ອນແມ່ນເປີດໃນລະດັບ 2.40 ແມັດ ຫມາຍວ່າຫລຸດຈາກເມື່ອກ່ອນ 40 ຊັງຕີແມັດ ແລະ ເຮັດໃຫ້ນຳ້ຢູ່ກ້ອງເຂື່ອນຫລຸດລົງປະມານ 80 ຊັງຕີແມັດ.ທ່ານ ວັນທອງ ຄຳລຸນວິໄລວົງ ແຈ້ງໃຫ້ຮູ້ຕື່ມອີກວ່າ: ການປ່ອຍນຳ້ທີ່ເຂື່ອນນຳ້ງື່ມແມ່ນຈະສືບຕໍ່ຈົນກວ່າລະດັບນຳ້ທີ່ຫນ້າເຂື່ອນຢູ່ໃນເກນປົກກະຕິ ແລະ ຄົງທີ່ ເພື່ອຮັກສາໂຄງສ້າງຂອງຕົວເຂື່ອນບໍ່ໃຫ້ມີຜົນກະທົບ, ທັງເປັນການປ່ອຍນຳ້ທີ່ຫລີກເວັ້ນຜົນກະທົບຕໍ່ເນື້ອທີ່ການຜະລິດຂອງປະຊາຊົນ.
ຂໍ້ມູນຈາກ
http://www.pasaxon.org.la/content/6-8-08/news11.htm

ไม่มีความคิดเห็น: