วันอังคารที่ 16 กันยายน พ.ศ. 2551

ເມືອງໄຊທານີ ສະໜອງແນວພັນພືດໃຫ້ຊາວນາ

ໃນໄລຍະສະພາບນ້ຳຖ້ວມທີ່ຜ່ານມາ ເນື້ອທີ່ການຜະລິດ ແລະ ບ້ານເຮືອນຕ່າງໆໃນເມືອງໄຊທານີ ໄດ້ຮັບຜົນ
ກະທົບຈາກນ້ຳຖ້ວມທັງໝົດມີ 11 ກຸ່ມບ້ານ ມີ 34 ບ້ານ ມີ 2.112 ຄອບຄົວ ຜົນຜະລິດກະສິກຳຖືກເສຍຫາຍ ເປັນຕົ້ນ
ເນື້ອທີ່ນາຖືກນ້ຳຖ້ວມ 4.212 ເຮັກຕາ ສາລີ 22 ເຮັກຕາ ມັນຕົ້ນ 50 ເຮັກຕາ ໄມ້ໃຫ້ໝາກ 97 ເຮັກຕາ ພືດຜັກອື່ນໆ 40
ເຮັກຕາ ສັດລ້ຽງ ງົວ ຄວາຍ 33 ໂຕ ແບ້ 19 ໂຕ ໜອງປາ 9 ເຮັກຕາ ປາເສຍຫາຍ 1 ລ້ານກ່ວາໂຕ ນອກນັ້ນຍັງມີຟາມກຸ້ງ
ມີນາຖືກນ້ຳຖ້ວມສອງຄັ້ງເສຍຫາຍໜັກຕື່ມອີກ.
ຕໍ່ສະພາບການດັ່ງກ່າວ ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ສົມທົບກັບຄະນະພັກເມືອງ ປຸກ
ລະດົມທຸກພາກສ່ວນທຸກຊັ້ນຄົນ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວເມືອງໄຊທານີ ບໍລິຈາກເຄື່ອງຊ່ວຍເຫຼືອ
ຕ່າງໆ ກໍໄດ້ຮັບແຮງໃຈຈາກທຸກພາກສ່ວນ ໃຫ້ການຊ່ວຍເຫຼືອເປັນຢ່າງດີ ມາຮອດປັດຈຸບັນ ທາງຫ້ອງການສົ່ງເສີມກະສິ
ກຳ ແລະ ປ່າໄມ້ເມືອງ ກໍໄດ້ມີແຜນການຟື້ນຟູຜົນຜະລິດ ຫຼັງຈາກນ້ຳບົກແຫ້ງ ເປັນຕົ້ນແມ່ນໄດ້ຈັດຫາກະກຽມແນວພັນ
ພືດຜັກ ເພື່ອສະໜອງໃຫ້ຊາວນາ ຊາວສວນ ຜູ້ທີ່ເຮັດອາຊີບດ້ານການປູກຝັງເປັນຕົ້ນຕໍ ພາຍຫຼັງເນື້ອທີ່ປູກຝັງຖືກເສຍ
ຫາຍ ແລະ ມີບາງບ່ອນກໍໄດ້ລົງມືປູກແລ້ວ ນອກຈາກນັ້ນຍັງໄດ້ກະກຽມແນວພັນເຂົ້າຈຳນວນໜຶ່ງ ໂດຍສະເພາະແມ່ນ
ເນື້ອທີ່ທີ່ຖືກເສຍຫາຍຫຼາຍ ຕ້ອງການແນວພັນເຂົ້າຫຼາຍຈຳນວນ 10 ໂຕນ ໃຫ້ຊາວນາຟື້ນຟູການຜະລິດເຮັດນາຕ່າວ
ແລະ ສູ້ຊົນເຮັດນາແຊງໃຫ້ຖືກຕ້ອງ ແລະ ທັນກັບເວລາ ຊຶ່ງການສະໜອງແນວພັນຜັກໃຫ້ຊາວນາ ແມ່ນສະໜອງໃຫ້ລ້າໆ
ແລະ ແນວພັນເຂົ້າ ແມ່ນສະໜອງຕາມນະໂຍບາຍທີ່ທາງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໄດ້ກຳນົດໃຫ້ ນີ້
ແມ່ນຄຳໃຫ້ສຳພາດຂອງທ່ານ ບານລົມ ສີອັກກະສອນ ວ່າການຫົວໜ້າຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງໄຊ
ທານີ.

ໄດ້ຈາກ
http://www.vientianemai.net/news.php?TopicID=1&NewsID=4569

ປະກອບຄຳເຫັນໃສ່ແບບແຜນ ສວນສາທາລະນະແຄມຂອງ

ກອງປະຊຸມກ່ຽວກັບການຜ່ານແບບແຜນຜັງລວມ ຂອງສວນສາທາລະນະແຄມຂອງ ໄດ້ໄຂຂຶ້ນຢ່າງເປັນທາງ
ການ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນເມື່ອວັນທີ 10 ກັນຍາ 2008 ນີ້ ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນ
ທະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີບັນດາກະຊວງ ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໃນຄັ້ງນີ້ ທີ່ປະຊຸມຈະໄດ້ປະກອບຄຳຄິດເຫັນໃສ່ແບບແຜນຜັງລວມ ເຊິ່ງຈະໄດ້ກຳນົດເອົາ
ຂອບເຂດຂອງສວນໃຫ້ຊັດເຈນ ເລີ່ມແຕ່ສາມແຍກປາກປ່າສັກ ຫາເຂດແດນໂຮງແຮມດອນຈັນພາເລດ ລວມມີເນື້ອທີ່ທັງ
ໝົດ 12 ເຮັກຕາ ໂດຍສວນດັ່ງກ່າວນີ້ ແມ່ນນອນຢູ່ໃນຄວາມຮັບຜິດຊອບຂອງໂຄງການປ້ອງກັນຕາຝັ່ງເຈື່ອນ ແລະພັດທະ
ນາແຄມຂອງ ເຊິ່ງໄດ້ນຳໃຊ້ທຶນຮ່ວງດຽວກັນ ທີ່ທາງລັດຖະບານໄດ້ກູ້ຢືນຈາກອົງການພັດທະນາເສດຖະກິດ ສ.ເກົາຫຼີ.
ສວນແຫ່ງນີ້ ຈະຖືກສ້າງເປັນສວນສາທາລະນະຄົບວົງຈອນ ລວມມີຫຼາຍກິດຈະກຳ ເຊັ່ນ: ທາງແລ່ນ ແຄມ
ນ້ຳ-ເບື້ອງເທິງຂອງສວນ ມີສວນດອກໄມ້ ສວນຫຍ້າ ບ່ອນນັ່ງຫຼິ້ນ ບ່ອນຫຼິ້ນສຳລັບເດັກນ້ອຍ ບ່ອນນັ່ງຊົມການແຂ່ງຂັນ
ເຮືອຊ່ວງປະເພນີວັດຈັນ ປູກຕົ້ນໄມ້ ປະດັບຕົ້ນໄມ້ພື້ນເມືອງລາວ ມີຮ້ານອາຫານ ແລະ ອື່ນໆ ເຊິ່ງລວມແລ້ວມີ 17 ກິດ
ຈະກຳ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄດ້ກ່າວວ່າ ພາຍ
ຫຼັງທີ່ໄດ້ຜ່ານແບບແຜນສວນສາທາລະນະແລ້ວ ກອງປະຊຸມຈະຍັງໄດ້ສືບຕໍ່ຜ່ານແບບແຜນຄູປ້ອງກັນນ້ຳຖ້ວມ ແລະ ປ້ອງ
ກັນຕາຝັ່ງເຈື່ອນ ໄປພ້ອມໆກັນນັ້ນ ກໍເພື່ອຮັບປະກັນຄວາມເປັນເອກະພາບຂອງບັນດາກະຊວງ ອົງການ ພະແນກ ແລະ
ພາກສ່ວນທີ່ເຂົ້າຮ່ວມ.
ທ່ານຫົວໜ້າໂຄງການຍັງໄດ້ກ່າວຕື່ມອີກວ່າ: ສວນດັ່ງກ່າວນີ້ ແມ່ນຈະສ້າງໃຫ້ສຳເລັດກ່ອນວັນສະເຫຼີມສະ
ຫຼອງວັນສ້າງຕັ້ງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ທີ່ຈະໄດ້ຈັດຂຶ້ນໃນປີ 2010 ແລະ ຈະສ້າງໄປພ້ອມກັນກັບຄູປ້ອງ
ກັນນ້ຳຖ້ວມ ແລະ ຄູປ້ອງກັນຕາຝັ່ງເຈື່ອນ ເຊິ່ງເວລາສ້າງສຳເລັດແລ້ວ ຈະກາຍເປັນບ່ອນດຶງດູດເອົານັກທ່ອງທ່ຽວຈາກ
ຕ່າງປະເທດ ແລະ ຕ່າງແຂວງມາທ່ຽວຊົມນະຄອນຫຼວງວຽງຈັນໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີ
ລາຍໄດ້ທາງກົງ ແລະ ທາງອ້ອມເພີ່ມຂຶ້ນ ຈາກນັ້ນ ກໍເຮັດໃຫ້ເສດຖະກິດນະຄອນຫຼວງວຽງຈັນ ກໍຄືເສດຖະກິດຂອງຊາດ
ດີຂຶ້ນຕາມລຳດັບ.
ສ່ວນຄູປ້ອງກັນນ້ຳຖ້ວມ ແລະ ປ້ອງກັນຕາຝັ່ງເຈື່ອນ ພາຍຫຼັງກໍ່ສ້າງສຳເລັດແລ້ວ ແມ່ນນ້ຳຂອງກໍຈະບໍ່ສາ
ມາດໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນໄດ້ ເພາະພວກເຮົາມີຄູກັ້ນນ້ຳທີ່ໄດ້ມາດຕະຖານ ນອກຈາກນັ້ນແລ້ວ ຕາຝັ່ງກໍຈະ
ບໍ່ພັງຕື່ມ ດັ່ງນັ້ນ ທາງໂຄງການຈິ່ງຂໍແຈ້ງມາຍັງທ່ານໃດທີ່ປຸກຮ້ານອາຫານເລາະຕາມແຄມຂອງ ແຕ່ວັດຈັນ-ເກົ້າລ້ຽວ ຈົ່ງ
ໄດ້ຍົກຍ້າຍອອກ ຕາມກຳນົດເວລາກ່ອນເດືອນພະຈິກ 2008 ເຊິ່ງປັດຈຸບັນ ໂຄງການກຳລັງກະກຽມບຸກເບີກດິນ ຢູ່ເຂດ
ບ້ານໜອງໜ້ຽວ ເພື່ອຈັດສັນຍົກຍ້າຍປະຊາຊົນຈຳນວນ 146 ຄອບຄົວໄປຢູ່ທີ່ນັ້ນ.

ໄດ້ຈາກ
http://www.vientianemai.net/news.php?TopicID=1&NewsID=4503

วันอังคารที่ 12 สิงหาคม พ.ศ. 2551

ສ.ສ.ຊ ຄົ້ນຄວ້າພິຈາລະນາໂຄງການພັດທະນາໄຟຟ້າຄວາມຮ້ອນຖ່ານຫີນຫົງສາ

ໃນກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VI ໄດ້ດຳເນີນມາຮອດວັນທີ 24 ກໍລະກົດ 2008 ພາຍໃຕ້ການເປັນປະທານຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ, ທ່ານ ສົມບູນ ລາດຊະສົມບັດ, ລັດຖະມົນຕີຊ່ວຍວ່າການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງຫນ້າໃຫ້ລັດຖະບານລາຍງານກ່ຽວກັບໂຄງການພັດທະນາໄຟຟ້າ ຄວາມຮ້ອນຖ່ານຫີນຫົງສາຕໍ່ກອງປະຊຸມສະພາ ເພື່ອພິຈາລະນາຄົ້ນຄວ້າຈະຮັບຮອງເອົາ ຫລື ບໍ່ຮັບຮອງ.

ບັນດາທ່ານ ສ.ສ.ຊ ໄດ້ສຸມທຸກສະຕິປັນຍາຄົ້ນຄວ້າຢ່າງກົງໄປກົງມາເຂົ້າໃສ່ໂຄງການດັ່ງກ່າວວ່າຈະອະນຸມັດ ສ້າງຕັ້ງ ໂຮງງານໄຟຟ້າທີ່ມີກຳລັງ ການຜະລິດຫລາຍກວ່າຫ້າສິບພັນເມກາວັດ, ອະນຸມັດໃຫ້ເຊົ່າ ຫລື ສຳປະທານທີ່ດິນ, ປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ມີເນື້ອທີ່ຫລາຍກວ່າ 10 ພັນເຮັກຕາ ແລະ ອະນຸມັດໃຫ້ອ່ວຍ, ແຍກ ຫຼື ປ່ຽນທາງນຳ້ໄຫລໃຫມ່.

ນອກ ນັ້ນບັນດາທ່ານ ສ.ສ.ຊ ຍັງໄດ້ຄົ້ນຄວ້າພິຈາລະນາເຖິງຜົນໄດ້, ຜົນເສຍຕະຫລອດຮອດການແບ່ງປັນຜົນປະໂຫຍດ ທີ່ ສປປ ລາວ ຈະໄດ້ຮັບ.ໂຄງການໄຟຟ້າຫົງສາປະກອບດ້ວຍ 2 ສ່ວນຄື: ໂຮງໄຟຟ້າ ແລະ ບໍ່ຖ່ານຫີນ, ໂຮງໄຟຟ້າ ຈະປະກອບດ້ວຍເຄື່ອງຈັກ 3 ຫນ່ວຍ ເຊິ່ງແຕ່ລະຫນ່ວຍມີກຳລັງຕິດຕັ້ງ 650 MW ລວມເປັນ 1.880 MW, ໂຄງການນີ້ ຈະໄດ້ສ້າງສາຍສົ່ງໄຟຟ້າແຮງສູງ 500 KV ໄປຫາຊາຍແດນໄທປະມານ 70 ກິໂລແມັດ ແລະ ສາຍສົ່ງ ແຮງສູງ 115 KV ຈາກໂຮງງານໄຟຟ້າໄປຫາແຂວງຫລວງພະບາງປະມານ 120 ກິໂລແມັດ.

ໂຄງການດັ່ງກ່າວຖ້າຫາກໄດ້ຮັບການອະນຸມັດກໍ່ສ້າງຕາມແຜນແມ່ນຈະເລີ່ມຜະລິດໄຟຟ້າໃນທ້າຍປີ 2013 ແລະ ຂຸດຄົ້ນ ຖ່ານຫີນມານຳໃຊ້ເປັນເຊື້ອເພີງປ້ອນໂຮງໄຟຟ້າປະມານ 13 ລ້ານໂຕນຕໍ່ປີ ຊຶ່ງໂຄງການດັ່ງກ່າວໄດ້ສຳປະທານ ຈາກ ລັດຖະບານ ສປປ ລາວ ມີອາຍຸ 25 ປີ ນຳໃຊ້ຖ່ານຫີນປະມານ 325 ລ້ານໂຕນ (ປະລິມານສະສົມທັງຫມົດ ຢູ່ໃນເນື້ອ ທີ່ປະມານ 12 ກິໂລຕາແມັດ ຂອງໂຄງການແມ່ນມີປະມານ 713 ລ້ານໂຕນ).

ໂຄງການນີ້ລວມມູນຄ່າທັງຫມົດ ປະມານ 3.915 ລ້ານໂດລາສະຫະລັດ ປະກອບມີ 421 ຮຸ້ນ ເຊິ່ງລັດຖະບານລາວຖືຮຸ້ນ 25% ແລະໂຄງການນີ້ພາຍຫລັງສິ້ນສຸດ ອາຍຸສຳປະທານ 25 ປີແລ້ວແມ່ນຈະມອບໃຫ້ລັດຖະບານ ສປປ ລາວ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 28-07-2008
ອ້າງອິງ
http://www.mahasan.com/news_events/domestic_news/memberGov_reseachElectProj.html

ແຈ້ງຂ່າວ: ລະວັງໄພນ້ຳຖ້ວນ ແມ່ນ້ຳຂອງກຳລັງຍຶ່ງຂື້ນສູງ ສູ່ລະດັບໜ້ານ້ຳ


ດັ່ງນັ້ນ, ຊາວນະຄອນຫຼວງວຽງຈັນ ໂດຍສະເພາະປະຊາຊົນທີ່ຢູ່ລຽບຕາມຕະຝັ່ງ ຂໍໃຫ້ມີສະຕິລະວັງໄພນ້ຳຖ້ວນ ເມື່ອພົບເຫັນຈຸດທີ່ຢູ່ໃນຂັ້ນອັນຕະລາຍກໍ່ໃຫ້ແຈ້ງເຖິງໜ່ວຍງານທີ່ກ່ຽວຂ້ອງ ຫຼື ພ້ອມໃຈກັນຂົນຖົງຫີນຊາຍ ເພື່ອປ້ານ ເປັນຄູກັ່ນນ້ຳ

ຝົນຢ່າຕົກລົງມາອີກ! ຖ້ອນ..!

ພ້ອມໃຈກັນສາມັກຄີ ຊາວໜຸ່ມເຂັ້ມແຂງ

ຄົນລາວສາມັກຄີດີເນາະ! ຜູ້ຍິງກະແຂງແຮງເດີ້! ອ້າຍ!

* ແມ່ນ້ຳຂອງລົ້ນ ຢູ່ຂີດອັນຕະລາຍ ຕາມສະພາບດິນຟ້າອາກາດ ອາດມີນ້ຳໄຫຼທະລັກລົ້ນຕະຝັ່ງ ເພາະທາງພາກເໜືອ ຂອງລາວ ແລະ ຈີນ ຍັງມີຝົນຕົກຢູ່ ຫຼື ອາດມີການປ່ວຍນ້ຳຈາກເຄື່ອນຂອງຈີນໄດ້. ພາຍໃນ 12 ຊົ່ວໂມງ, ຢູ່ໃນຂັ້ນ ອັນຕະລາຍ ຈຶ່ງແຈ້ງໃຫ້ທຸກໆ ທ່ານຊາບ ເພື່ອມີສະຕິລະວັງໄພນ້ຳຖ້ວນອາດເກີດຂື້ນໄດ້ສຳຫຼັບຊາວນະຄອນຫຼວງວຽງຈັນ.

* ຈາກ: ທີມງານມະຫາສານ, ວັນທີ 12-08-2008
http://www.mahasan.com/news_events/domestic_news/annouce_mekong.html

ຫລາຍບ້ານທີ່ຢູ່ແຄມແມ່ນ້ຳຂອງ ຖືກຜົນກະທົບຈາກໄພນ້ຳຖ້ວມ


ສະພາບນ້ຳຖ້ວມໃນນະຄອນຫລວງວຽຈັນ ໄດ້ຖ້ວມອີກຫລາຍຈຸດ ເຊິ່ງໃນວັນທີ 11 ສິງຫາ 2008 ນີ້ ທ່ານ
ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍວິຊາການຈຳນວນຫນຶ່ງ ໄດ້ລົງຕິດຕາມ ແລະ ສັງ
ເກດການສະພາບນ້ຳຖ້ວມ ໃນນະຄອນຫລວງວຽງຈັນ.

ທ່ານຮອງເຈົ້າຄອງ ໄດ້ໃຫ້ສຳພາດວ່າ ເວົ້າລວມແລ້ວ ພາຍຫລັງທີ່ໄດ້ຮັບແຈ້ງຈາກອົງການອຸຕຸນິຍົມ ທາງຄະ
ນະພັກ ອົງການປົກຄອງນະຄອນຫລວງວຽງຈັນ ກໍໄດ້ມີການປະຊຸມຈັດຕັ້ງຄະນະກຳມະການຕ້ານຖ້ວມ ຫລັງຈາກນັ້ນກໍ
ໄດ້ປຸກລະດົມພາກສ່ວນຕ່າງໆເຊັ່ນ: ເຈົ້າເມືອງ ກຸ່ມບ້ານ ຕະຫລອດຮອດແຕ່ລະບ້ານ ໃຫ້ຮ່ວມແຮງຮ່ວມໃຈກັນແກ້ໄຂບັນ
ຫານ້ຳຖ້ວມນີ້ ໂດຍພື້ນຖານແລ້ວມາເບິ່ງ 2 ວັນທີ່ຜ່ານມາ ການຜັນແປຂອງແມ່ນ້ຳຂອງ ແມ່ນມີທ່າເຄື່ອນຂຶ້ນສູງ ເຊິ່ງ
ຈາກການວັດແທກໃນວັນທີ 11 ສິງຫາ ເວລາ 5 ໂມງເຊົ້າ ແມ່ນເຂົ້າຫລາຍກ່ວາ 12 ແມັດ ແຕ່ຄວາມຈິງຢູ່ໃນນະຄອນ
ຫລວງວຽງຈັນ ຖ້າລະດັບນ້ຳຂຶ້ນຮອດ 13 ແມັດ ພວກເຮົາກໍຍັງສາມາດຮັບມືກັບໄພນ້ຳຖ້ວມໄດ້ຢູ່.

ແຕ່ມາເບິ່ງລວມແລ້ວ ໃນມື້ນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ ເຊິ່ງນັບແຕ່ເມືອງສີໂຄດຕະບອງ ເຂດບ້ານເກົ້າລ້ຽວ
ສີບຸນເຮືອງ ຕະຫລອດເຖິງເມືອງຫາດຊາຍຟອງ ກໍມີບາງຈຸດເຊັ່ນ: ແກ້ງປາຢ້າງ ທີ່ເປັນຈຸດລໍ່ແຫລມທີ່ຕ້ອງໄດ້ໃຊ້ກຳລັງ
ຫລາຍ ໂດຍສະເພາະແມ່ນບັນດາແຮງງານຂອງອ້າຍນ້ອງທະຫານ ຕຳຫລວດ ແລະ ພະນັກງານ ລັດຖະກອນທີ່ມີຄວາມ
ຮັບຜິດຊອບນີ້ ພ້ອມກັນນີ້ ກໍໄດ້ມີແຜນປຸກລະດົມພໍ່ຄ້າຊາວຂາຍ ນັກທຸລະກິດ ແລະ ອື່ນໆ ຕ້ອງໄດ້ກະກຽມກຳລັງໃນການ
ຕ້ານຖ້ວມນີ້ ເພື່ອເປັນກຳລັງແຮງປະຊາຊົນ ໂດຍສະເພາະແມ່ນບ່ອນທີ່ມີຄວາມຫຍຸ້ງຍາກສັບສົນ ກໍໄດ້ຈັດຕັ້ງຍົກຍ້າຍປະ
ຊາຊົນຂຶ້ນ ເຊິ່ງມາເຖິງປັດຈຸບັນ ສະພາບກໍຢູ່ໃນທ່ວງທ່າທີ່ຕ້ອງລະວັງ ຈຶ່ງໄດ້ແຕ່ງຕັ້ງພະນັກງານເຈົ້າຫນ້າທີ່ຢູ່ປະຈຳຕະ
ຫລອດ 24 ຊົ່ວໂມງ ພິເສດທີ່ສຸດ ບ່ອນໃດທີ່ຢູ່ຕ່ຳເຊັ່ນ: ແກ້ງປາຢ້າງ ພວກເຮົາກໍໄດ້ຂົນດິນຂົນຊາຍປະຈຳ ຍົກຕົວຢ່າງວ່າ
ຖ້າລະດັບນ້ຳຂຶ້ນສູງກ່ວາ 13 ແມັດ ພວກເຮົາກໍຈະໄດ້ເສີມຄູກັນນ້ຳຕື່ມອີກບາງຈຸດ.

ດັ່ງນັ້ນ ໃນນາມຕາງຫນ້າໃຫ້ແກ່ການນຳຂອງພັກ ແລະ ຕາງຫນ້າອົງການປົກຄອງ ສະມາຊິກສະພາແຫ່ງ
ຊາດເຂດ 1 ນະຄອນຫລວງວຽງຈັນ ກໍຂໍຮຽກຮ້ອງມາຍັງທຸກອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຈົ່ງໄດ້ຮ່ວມແຮງ
ຮ່ວມໃຈສະຫລະບາງສິ່ງຂອງ ເພື່ອຊ່ວຍເຫລືອແກ່ຜູ້ປະສົບເຄາະຮ້າຍໃນຄັ້ງນີ້ ເຊິ່ງປັດຈຸບັນ ພວກເຮົາກໍໄດ້ເອົາໃຈໃສ່ຫັນ
ພະນັກງານສັດຕະວະແພດ ແພດ-ຫມໍ ມາເບິ່ງແຍງດູແລປະຊາຊົນທີ່ຍົກຍ້າຍ ອີກເທື່ອຫນຶ່ງກໍຂໍຮຽກຮ້ອງມາຍັງພໍ່ແມ່ປະ
ຊາຊົນຊາວນະຄອນຫລວງວຽງຈັນ ຈົ່ງໄດ້ມີສະຕິລະວັງຕົວໃນໄພນ້ຳຖ້ວມຄັ້ງນີ້ ພິເສດ ກໍແມ່ນບັນດາເຈົ້າຫນ້າທີ່ພາກ
ສ່ວນທີ່ກ່ຽວຂ້ອງ ຈົ່ງເຝົ້າລະວັງສະພາບການຫັນປ່ຽນຕ່າງໆ ເພື່ອລາຍງານແຈ້ງໃຫ້ເຈົ້າຫນ້າທີ່ນະຄອນຫລວງວຽງຈັນ ກໍ
ຄືບັນດາເມືອງ ເພື່ອຈະໄດ້ສຸມກຳລັງເຂົ້າໃສ່ ແລະ ແກ້ໄຂໃຫ້ທັນເວລາ.

ຕໍ່ສະພາບຄືດັ່ງກ່າວນີ້ ໃນວັນທີ 11 ສິງຫາ 2008 ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງ
ວຽງຈັນ ແລະ ບັນດາທ່ານການນຳນະຄອນຫລວງ ແລະ ຄະນະກຳມະການຮັບຜິດຊອບຕ້ານໄພນ້ຳຖ້ວມ ລົງຕິດຕາມ
ຢ່າງໃກ້ຊິດ ແນະນຳໃຫ້ອຳນາດການປົກຄອງໃນແຕ່ລະບ່ອນ ຕ້ອງໄດ້ຕິດຕາມການກວດກາເວນຍາມ ຕະຫລອດ 24 ຊົ່ວ
ໂມງ ແລະ ບ່ອນທີ່ຈຸດລໍ່ແຫລມ ກໍໃຫ້ມີການລະດົມທຸກພາກສ່ວນກຳລັງ ປກສ ແລະ ປກຊ ພ້ອມທັງພໍ່ແມ່ປະຊາຊົນ ເຂົ້າ
ຮ່ວມຂະບວນການຕ້ານໄພນ້ຳຖ້ວມໃນຄັ້ງນີ້.

ຂ່າວແຈ້ງຕື່ມວ່າ: ໃນວັນທີ 11 ສິງຫາ 2008 ນີ້ ພະນັກງານກຸ່ມໂຄກເພີງ ເມືອງສັງທອງ ນະຄອນຫລວງວຽງຈັນ
ໄດ້ລົງເກັບກຳສະພາບນ້ຳຖ້ວມ ເນື້ອທີ່ການຜະລິດຂອງປະຊາຊົນພາຍໃນກຸ່ມດັ່ງກ່າວ ມີ 10 ບ້ານ ທີ່ລຽບຕາມ
ລຳແມ່ນ້ຳຂອງ ຊຶ່ງມີເນື້ອທີ່ນາທີ່ຖືກນ້ຳຖ້ວມ 395 ເຮັກຕາ ໄຮ່ຫມູນວຽນ 47 ເຮັກຕາ ສວນສາລີ 128 ເຮັກຕາ ສວນມັນ
ຕົ້ນ 5 ເຮັກຕາ ສວນຢາງພາລາ 5,5 ເຮັກຕາ ຫນອງປາ 12 ເຮັກຕາ ເນື້ອທີ່ພືດຕ່າງໆ 14,5 ເຮັກຕາ ເນື້ອທີ່ປູກຫມາກ
ເຍົາ 1 ເຮັກຕາ ຄັງລ້ຽງສັດ 41,5 ເຮັກຕາ ແລະ ຖ້ວມກ້ອງລາງເຮືອນ 19 ຫລັງຄາເຮືອນ ຖ້ວມເສັ້ນທາງ 17 ຈຸດນີ້ແມ່ນ
ລາຍງານຈາກພະນັກງານຖະແຫລງຂ່າວເມືອງສັງທອງ.

ຂ່າວແຈ້ງຕື່ມໃຫ້ຮູ້ອີກວ່າ: ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນ ກ່ຽວກັບສະພາບນ້ຳຖ້ວມຢູ່ເມືອງປາກງື່ມ
ນະຄອນຫລວງວຽງຈັນ ຍ້ອນຝົນຕົກຫນັກຕິດຕໍ່ກັນຫລາຍວັນ ລະຫວ່າງທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ 2008
ນີ້ ແມ່ນມີ 11 ບ້ານທີ່ໄດ້ຮັບຜົນກະທົບ ແລະ ມີເນື້ອທີ່ການຜະລິດຖືກນ້ຳຖ້ວມທັງຫມົດ 808,60 ເຮັກຕາ ໃນນີ້ໄດ້ຮັບ
ຄວາມເສຍຫາຍປະມານ 81 ເຮັກຕາ.

ທ່ານ ທົດສະກັນ ໄກສອນເພັດ ຮອງຫົວຫນ້າຫ້ອງການສົ່ງເສີມກະສິກຳ-ປ່າໄມ້ເມືອງປາກງື່ມ ໄດ້ລາຍງານ
ກ່ຽວກັບສະພາບນ້ຳຖ້ວມ ແລະ ຜົນເສຍຫາຍຢູ່ເມືອງດັ່ງກ່າວ ເມື່ອທ້າຍອາທິດຜ່ານມາ ເຊິ່ງມີ 33 ບ້ານ ທີ່ໄດ້ຮັບຜົນກະ
ທົບ ໃນນີ້ຢູ່ລຽບຕາມແຄມງື່ມມີ 7 ບ້ານ ແລະ ລຽບຕາມແຄມຂອງ 26 ບ້ານ ເຊິ່ງຫນັກຫນ່ວງກ່ວາຫມູ່ແມ່ນຢູ່ບ້ານໂນນ
ຊາຍ ແລະ ບ້ານດອນແຍງ ສ່ວນຢູ່ເຂດສິນໄຊ ມີ 5 ບ້ານ ນັບແຕ່ບ້ານເວີນກະເບົາຫາບ້ານທ່າກົກໄຮ ອັນເຮັດໃຫ້ເນື້ອທີ່
ນາປີ ເນື້ອທີ່ປູກພືດຕ່າງໆ ແລະ ເນື້ອທີ່ຕົ້ນໄມ້ອຸດສາຫະກຳທີ່ຢູ່ໃນເຂດພື້ນທີ່ຕ່ຳ ຖືກນ້ຳຖ້ວມໄດ້ຮັບຄວາມເສຍຫາຍ.

ຕໍ່ສະພາບດັ່ງກ່າວ ຫ້ອງການສົ່ງເສີມກະສິກຳເມືອງ ກໍໄດ້ມີແຜນຈະຟື້ນຟູການຜະລິດຄືນໃຫມ່ ພາຍຫລັງນ້ຳ
ບົກແຫ້ງລົງ ດ້ວຍການຊຸກຍູ້ຊາວກະສິກອນໃນເຂດທີ່ປະສົບໄພນ້ຳຖ້ວມ ກະກຽມລົງມືເຮັດນາຕ່າວ ແລະ ປູກພືດໄລຍະ
ສັ້ນ ເພື່ອທົດແທນຜົນເສຍຫາຍໃນຄັ້ງນີ້
* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 12-08-2008

ອ້າງອີງ

ຄວາມຈຳເປັນໃນການອະນຸຮັກສິ່ງແວດລ້ອມທຳມະຊາດ




ສິ່ງແວດລ້ອມທຳມະຊາດມີຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ມວນມະນຸດ ຫຼື ເວົ້າອີກຢ່າງໜຶ່ງແມ່ນຄົນເຮົາບໍ່ສາ
ມາດຈະດຳລົງຄົງຢູ່ໄດ້ ຖ້າຫາກຂາດປັດໄຈສິ່ງແວດລ້ອມທຳມະຊາດ ສະນັ້ນ ເມື່ອເຫັນຄວາມສຳຄັນຄືດັ່ງກ່າວ ມັນຈຶ່ງມີ
ຄວາມຈຳເປັນທີ່ພວກເຮົາຈະຕ້ອງໄດ້ພ້ອມກັນອະນຸຮັກຮັກສາສິ່ງແວດລ້ອມທຳມະຊາດໃຫ້ມີຄວາມຍືນຍົງຕະຫລອດໄປ.
ມາຮອດປັດຈຸບັນນີ້ ພວກເຮົາຕ້ອງຍອມຮັບນຳກັນວ່າ ສິ່ງແວດລ້ອມທຳມະຊາດທີ່ເຄີຍມີຄວາມອຸດົມສົມບູນ
ມາຫຼາຍພັນປີນັ້ນ ໄດ້ຖືກນ້ຳມືຂອງມະນຸດມ້າງເພທຳລາຍຈົນໃກ້ຈະເຖິງຂີດແດງແລ້ວ ແລະ ໄດ້ກໍ່ໃຫ້ເກີດຜົນກະທົບໃນ
ທາງລົບຫຼາຍຢ່າງຕໍ່ການດຳລົງຊີວິດຂອງມະນຸດເອງສະແດງອອກ ຕົ້ນໄມ້ຖືກທຳລາຍຍ້ອນການຂຸດຄົ້ນ ຈູດໄຮ່ ຈູດປ່າ
ລ່າເນື້ອ ຢ່າງຊະຊາຍ ເຮັດໃຫ້ແມ່ນ້ຳລຳທານຖືກບົກແຫ້ງ ບໍ່ມີນ້ຳພຽງພໍກັບຄວາມຕ້ອງການໃນການອຸປະໂພກ-ບໍລິໂພກ
ອາກາດມີພິດຫຼາຍ ອຸນຫະພູມສູງຂຶ້ນໃນແຕ່ລະປີ ອົກຊີກໍຫລຸດໝ້ອຍຖອຍລົງ ຝົນຕົກບໍ່ຖືກຕາມລະດູ ການເຮັດໃຫ້ຫນ່ວຍ
ໂລກຮ້ອນຂຶ້ນ ແລະ ຈະກ້າວໄປເຖິງຈຸດອັນຕະລາຍ ເວົ້າເຖິງສັດນ້ຳ-ສັດປ່າກໍໃກ້ຈະສູນພັນໄປ ໂດຍສະເພາະແມ່ນຈຳ
ພວກສັດທີ່ຫາຍາກມີຈຳນວນໜ້ອຍ ແລະ ເປັນເປົ້າໝາຍລ່າຂອງມະນຸດ ຖ້າພວກເຮົາບໍ່ມີມາດຕະການໃນການອະນຸຮັກ
ຮັກສາ ແນ່ນອນວ່າ ລູກຫຼານຜູ້ເກີດໃຫມ່ໃຫຍ່ລຸນ ກໍຈະບໍ່ມີໂອກາດໄດ້ເຫັນສັດປ່າເຫລົ່ານັ້ນອີກ ນອກຈາກນັ້ນ ເຄື່ອງປ່າ
ຂອງດົງກໍນັບມື້ບົກແຫ້ງລົງ ຍ້ອນການຊອກຄົ້ນ ເກັບກູ້ຢ່າງຊະຊາຍ ທຳລາຍແນວພັນເຄື່ອງປ່າຂອງດົງທີ່ມີຄ່າ ເຊັ່ນ:
ຫມາກແຫນງ ຫວາຍ ທູນ ຮາກໄມ້ເປັນຢາ ແລະ ອື່ນໆ.
ໂດຍຫລິງເຫັນຄຸນຄ່າອັນມະຫາສານຂອງສິ່ງແວດລ້ອມທຳມະຊາດນັ້ນ ຕະຫລອດໄລຍະທີ່ຜ່ານມາ ພັກ-ລັດ
ຖະບານເຮົາກໍໄດ້ປຸກລະດົມຊຸກຍູ້ ແລະ ມີມາດຕະການອັນເດັດຂາດໃຫ້ປະຊາຊົນຊັ້ນຄົນຕ່າງໆ ພ້ອມກັນມີສ່ວນຮ່ວມໃນ
ການອະນຸຮັກຮັກສາສິ່ງແວດລ້ອມທຳມະຊາດ ໂດຍສະເພາະກໍແມ່ນໄດ້ອອກກົດຫມາຍຫລາຍສະບັບທີ່ກ່ຽວຂ້ອງກັບການ
ປົກປັກຮັກສາຄຸ້ມຄອງສິ່ງແວດລ້ອມ ກຳນົດເຂດປ່າສະຫງວນ ຈັດຕັ້ງປູກຕົ້ນໄມ້ເພື່ອຟື້ນຟູປ່າທີ່ຖືກຊຸດໂຊມ ແລະ ອື່ນໆ
ເຊິ່ງໄດ້ເຮັດໃຫ້ສະພາບແວດລ້ອມໄດ້ຮັບການປົວແປງໃຫ້ນັບມື້ດີຂຶ້ນ.
ຖ້າຫາກພວກເຮົາຮ່ວມແຮງຮ່ວມໃຈກັນອະນຸຮັກສິ່ງແວດລ້ອມທຳມະຊາດໄດ້ດີ ມັນກໍຈະເກີດຄຸນປະໂຫຍດ
ຢ່າງມະຫາສານ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນຂຽວສົດງົດງາມ ແລະ ພວກເຮົາກໍຈະມີໄມ້ສຳລັບໃຊ້ສອຍໃນຊີວິດ
ປະຈຳວັນຢ່າງພຽງພໍ ເຊັ່ນ: ເຮັດເຮືອນຢູ່ອາໄສ ປ້ອນເຂົ້າໂຮງງານອຸດສາຫະກຳປຸງແຕ່ງຜະລິດເປັນສິນຄ້າເພື່ອໃຊ້ສອຍ
ແລະ ສ້າງລາຍຮັບໃຫ້ແກ່ປະເທດຊາດ ມີປ່າໄມ້ອຸດົມສົມບູນ ກໍເຮັດໃຫ້ມີນ້ຳສຳ ລັບອຸປະໂພກ-ບໍລິໂພກຢ່າງພຽງພໍ ເຮັດ
ໃຫ້ອາກາດຊຸມເຢັນ ອຸນຫະພູມຕ່ຳລົງ ອາກາດພໍດີ ມີຝົນຕົກຕາມລະດູການ ມີນ້ຳພຽງພໍ ເພື່ອທຳການຜະລິດກະສິກຳ
ເຮັດໃຫ້ອາກາດປາສະຈາກມົນລະພິດ ມີອົກຊີພຽງພໍ ເພື່ອການຫາຍໃຈຂອງມະນຸດ ແລະ ສັດນາໆຊະນິດ ພ້ອມກັນນັ້ນ
ຊັບພະຍາກອນເຄື່ອງປ່າຂອງດົງກໍຈະມີຄວາມອຸດົມສົມບູນ ສັດປ່າ ສັດນ້ຳຈະບໍ່ສູນພັນ ແລະ ນັບມື້ແຜ່ຂະຫຍາຍ ເຮັດໃຫ້
ຄົນເຮົາມີຊີວິດຊີວາດຳລົງຊີວິດຢ່າງສະດວກສະບາຍ.
ນອກຈາກນັ້ນ ການອະນຸຮັກສິ່ງແວດລ້ອມທຳມະຊາດ ປ່າໄມ້ ຫ້ວຍນ້ຳລຳທານໃຫ້ຂຽວສົດງົດງາມນັ້ນ ກໍຍັງ
ເປັນສິ່ງຫນຶ່ງທີ່ສຳຄັນເພື່ອດຶງດູດ ແລະ ສ້າງຄວາມຈັບອົກຈັບໃຈໃຫ້ແກ່ບັນດານັກທ່ອງທ່ຽວທຳມະຊາດ ສ້າງເງື່ອນໄຂ
ໃຫ້ເຂົາເຈົ້າມາທ່ອງທ່ຽວ ພັກຜ່ອນຢ່ອນອາລົມ ເຊິ່ງຈະເປັນການສ້າງລາຍຮັບໃຫ້ແກ່ປະເທດຊາດອີກດ້ວຍ.
ອະນຸຮັກສິ່ງແວດລ້ອມທຳມະຊາດ ໝາຍເຖິງການປົກປັກຮັກສາ ແລະ ຟື້ນຟູທຳມະຊາດໃຫ້ມີຄວາມອຸດົມສົມ
ບູນ ແລະ ຍືນຍົງຄົງຕົວ ໂດຍໃຫ້ມີການຍືນຍົງໃນອະນາຄົດ ເທົ່າທຽມກັບການນຳໃຊ້ໃນປັດຈຸບັນນີ້.

ອ້າງອິງ
http://www.vientianemai.net/news.php?TopicID=12&NewsID=3851

วันอาทิตย์ที่ 10 สิงหาคม พ.ศ. 2551

ປ່າຫິນປູນຢູ່ທາງພາກໃຕ້ຂອງຈີນໄດ້ຈົດຂື້ນທະບຽນເປັນມໍລະດົກໂລກ

ປ່າຫິນປູນຢູ່ທາງພາກໃຕ້ຂອງຈີນໄດ້ຈົດຂື້ນທະບຽນເປັນມໍລະດົກໂລກ


ປ່າຫິນປູນໃນຢູນານ

ອົງການຢູເນສໂກ (UNESCO) ຫລື ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ໄດ້ປະກາດລາຍຊື່ມໍລະດົກໂລກທາງທຳມະຊາດ ໃນວັນພຸດ 27/06/2007 ໂດຍມີ Karst ປ່າຫິນປູທີ່ຢູ່ທາງພາກໃຕ້ ຂອງຈີນ ເຊິ່ງມີເນື້ອທີ່ເຖິງ 600,000 ກິໂລຕາແມັດ ທີ່ກວມເອົາບໍລິເວນມົນທົນຫຍຸນຫນັນ (ຍູນນານ) ກຸ້ຍໂຈວ ແລະ ເຂດປົກຄອງຕົນເອງຂອງຊົນຊາດຈ້ວງ, ກວ່າງຊີ ໄດ້ຂື້ນທຳນຽບໃນຄັ້ງນີ້

Karst ເປັນຂົງເຂດທີ່ເປັນຫິນປູນ ເຊິ່ງມີລັກສະນະເປັນຮ່ອງນ້ຳລຶກ ມີຖ້ຳ ແລະ ຫ້ວຍໃຕ້ດິນ ໂດຍປ່າຫິນປູນຂອງຈີນ ຄາດວ່າຈະມີອາຍຸປະມານ 500,000 - 300 ລ້ານປີ

ການຕັດສິນດັ່ງກ່າວແມ່ນມີຂື້ນລະຫວ່າງການປະຊຸມຂອງຄະນະກຳມະການມໍລະດົກໂລກ ແຫ່ງຢູເນສໂກ ທີ່ປະເທດ ນິວຊີແລນ ເພື່ອຄັດເລືອກສະຖານທີ່ສຳຄັນຈາກທົ່ວໂລກທີ່ຖືກສະເໜີຊື່ເຂົ້າມາ 45 ແຫ່ງ ຂື້ນທະບຽນເປັນມໍລະດົກໂລກ ແລະ ໃນປັດຈຸບັນແມ່ນໄດ້ມີສະຖານທີ່ສຳຄັນທົ່ວໂລກຂື້ນທະບຽນແລ້ວ 830 ແຫ່ງ




ໃນກຸ້ຍໂຈວ
ອ້າງອິງຈາກ
http://www.mahasan.com/gknowledge/karst_chinaUnesco.html