วันอังคารที่ 16 กันยายน พ.ศ. 2551

ປະກອບຄຳເຫັນໃສ່ແບບແຜນ ສວນສາທາລະນະແຄມຂອງ

ກອງປະຊຸມກ່ຽວກັບການຜ່ານແບບແຜນຜັງລວມ ຂອງສວນສາທາລະນະແຄມຂອງ ໄດ້ໄຂຂຶ້ນຢ່າງເປັນທາງ
ການ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນເມື່ອວັນທີ 10 ກັນຍາ 2008 ນີ້ ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນ
ທະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີບັນດາກະຊວງ ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໃນຄັ້ງນີ້ ທີ່ປະຊຸມຈະໄດ້ປະກອບຄຳຄິດເຫັນໃສ່ແບບແຜນຜັງລວມ ເຊິ່ງຈະໄດ້ກຳນົດເອົາ
ຂອບເຂດຂອງສວນໃຫ້ຊັດເຈນ ເລີ່ມແຕ່ສາມແຍກປາກປ່າສັກ ຫາເຂດແດນໂຮງແຮມດອນຈັນພາເລດ ລວມມີເນື້ອທີ່ທັງ
ໝົດ 12 ເຮັກຕາ ໂດຍສວນດັ່ງກ່າວນີ້ ແມ່ນນອນຢູ່ໃນຄວາມຮັບຜິດຊອບຂອງໂຄງການປ້ອງກັນຕາຝັ່ງເຈື່ອນ ແລະພັດທະ
ນາແຄມຂອງ ເຊິ່ງໄດ້ນຳໃຊ້ທຶນຮ່ວງດຽວກັນ ທີ່ທາງລັດຖະບານໄດ້ກູ້ຢືນຈາກອົງການພັດທະນາເສດຖະກິດ ສ.ເກົາຫຼີ.
ສວນແຫ່ງນີ້ ຈະຖືກສ້າງເປັນສວນສາທາລະນະຄົບວົງຈອນ ລວມມີຫຼາຍກິດຈະກຳ ເຊັ່ນ: ທາງແລ່ນ ແຄມ
ນ້ຳ-ເບື້ອງເທິງຂອງສວນ ມີສວນດອກໄມ້ ສວນຫຍ້າ ບ່ອນນັ່ງຫຼິ້ນ ບ່ອນຫຼິ້ນສຳລັບເດັກນ້ອຍ ບ່ອນນັ່ງຊົມການແຂ່ງຂັນ
ເຮືອຊ່ວງປະເພນີວັດຈັນ ປູກຕົ້ນໄມ້ ປະດັບຕົ້ນໄມ້ພື້ນເມືອງລາວ ມີຮ້ານອາຫານ ແລະ ອື່ນໆ ເຊິ່ງລວມແລ້ວມີ 17 ກິດ
ຈະກຳ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄດ້ກ່າວວ່າ ພາຍ
ຫຼັງທີ່ໄດ້ຜ່ານແບບແຜນສວນສາທາລະນະແລ້ວ ກອງປະຊຸມຈະຍັງໄດ້ສືບຕໍ່ຜ່ານແບບແຜນຄູປ້ອງກັນນ້ຳຖ້ວມ ແລະ ປ້ອງ
ກັນຕາຝັ່ງເຈື່ອນ ໄປພ້ອມໆກັນນັ້ນ ກໍເພື່ອຮັບປະກັນຄວາມເປັນເອກະພາບຂອງບັນດາກະຊວງ ອົງການ ພະແນກ ແລະ
ພາກສ່ວນທີ່ເຂົ້າຮ່ວມ.
ທ່ານຫົວໜ້າໂຄງການຍັງໄດ້ກ່າວຕື່ມອີກວ່າ: ສວນດັ່ງກ່າວນີ້ ແມ່ນຈະສ້າງໃຫ້ສຳເລັດກ່ອນວັນສະເຫຼີມສະ
ຫຼອງວັນສ້າງຕັ້ງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ທີ່ຈະໄດ້ຈັດຂຶ້ນໃນປີ 2010 ແລະ ຈະສ້າງໄປພ້ອມກັນກັບຄູປ້ອງ
ກັນນ້ຳຖ້ວມ ແລະ ຄູປ້ອງກັນຕາຝັ່ງເຈື່ອນ ເຊິ່ງເວລາສ້າງສຳເລັດແລ້ວ ຈະກາຍເປັນບ່ອນດຶງດູດເອົານັກທ່ອງທ່ຽວຈາກ
ຕ່າງປະເທດ ແລະ ຕ່າງແຂວງມາທ່ຽວຊົມນະຄອນຫຼວງວຽງຈັນໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີ
ລາຍໄດ້ທາງກົງ ແລະ ທາງອ້ອມເພີ່ມຂຶ້ນ ຈາກນັ້ນ ກໍເຮັດໃຫ້ເສດຖະກິດນະຄອນຫຼວງວຽງຈັນ ກໍຄືເສດຖະກິດຂອງຊາດ
ດີຂຶ້ນຕາມລຳດັບ.
ສ່ວນຄູປ້ອງກັນນ້ຳຖ້ວມ ແລະ ປ້ອງກັນຕາຝັ່ງເຈື່ອນ ພາຍຫຼັງກໍ່ສ້າງສຳເລັດແລ້ວ ແມ່ນນ້ຳຂອງກໍຈະບໍ່ສາ
ມາດໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນໄດ້ ເພາະພວກເຮົາມີຄູກັ້ນນ້ຳທີ່ໄດ້ມາດຕະຖານ ນອກຈາກນັ້ນແລ້ວ ຕາຝັ່ງກໍຈະ
ບໍ່ພັງຕື່ມ ດັ່ງນັ້ນ ທາງໂຄງການຈິ່ງຂໍແຈ້ງມາຍັງທ່ານໃດທີ່ປຸກຮ້ານອາຫານເລາະຕາມແຄມຂອງ ແຕ່ວັດຈັນ-ເກົ້າລ້ຽວ ຈົ່ງ
ໄດ້ຍົກຍ້າຍອອກ ຕາມກຳນົດເວລາກ່ອນເດືອນພະຈິກ 2008 ເຊິ່ງປັດຈຸບັນ ໂຄງການກຳລັງກະກຽມບຸກເບີກດິນ ຢູ່ເຂດ
ບ້ານໜອງໜ້ຽວ ເພື່ອຈັດສັນຍົກຍ້າຍປະຊາຊົນຈຳນວນ 146 ຄອບຄົວໄປຢູ່ທີ່ນັ້ນ.

ໄດ້ຈາກ
http://www.vientianemai.net/news.php?TopicID=1&NewsID=4503

ไม่มีความคิดเห็น: