วันอังคารที่ 16 กันยายน พ.ศ. 2551

ເມືອງໄຊທານີ ສະໜອງແນວພັນພືດໃຫ້ຊາວນາ

ໃນໄລຍະສະພາບນ້ຳຖ້ວມທີ່ຜ່ານມາ ເນື້ອທີ່ການຜະລິດ ແລະ ບ້ານເຮືອນຕ່າງໆໃນເມືອງໄຊທານີ ໄດ້ຮັບຜົນ
ກະທົບຈາກນ້ຳຖ້ວມທັງໝົດມີ 11 ກຸ່ມບ້ານ ມີ 34 ບ້ານ ມີ 2.112 ຄອບຄົວ ຜົນຜະລິດກະສິກຳຖືກເສຍຫາຍ ເປັນຕົ້ນ
ເນື້ອທີ່ນາຖືກນ້ຳຖ້ວມ 4.212 ເຮັກຕາ ສາລີ 22 ເຮັກຕາ ມັນຕົ້ນ 50 ເຮັກຕາ ໄມ້ໃຫ້ໝາກ 97 ເຮັກຕາ ພືດຜັກອື່ນໆ 40
ເຮັກຕາ ສັດລ້ຽງ ງົວ ຄວາຍ 33 ໂຕ ແບ້ 19 ໂຕ ໜອງປາ 9 ເຮັກຕາ ປາເສຍຫາຍ 1 ລ້ານກ່ວາໂຕ ນອກນັ້ນຍັງມີຟາມກຸ້ງ
ມີນາຖືກນ້ຳຖ້ວມສອງຄັ້ງເສຍຫາຍໜັກຕື່ມອີກ.
ຕໍ່ສະພາບການດັ່ງກ່າວ ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ສົມທົບກັບຄະນະພັກເມືອງ ປຸກ
ລະດົມທຸກພາກສ່ວນທຸກຊັ້ນຄົນ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວເມືອງໄຊທານີ ບໍລິຈາກເຄື່ອງຊ່ວຍເຫຼືອ
ຕ່າງໆ ກໍໄດ້ຮັບແຮງໃຈຈາກທຸກພາກສ່ວນ ໃຫ້ການຊ່ວຍເຫຼືອເປັນຢ່າງດີ ມາຮອດປັດຈຸບັນ ທາງຫ້ອງການສົ່ງເສີມກະສິ
ກຳ ແລະ ປ່າໄມ້ເມືອງ ກໍໄດ້ມີແຜນການຟື້ນຟູຜົນຜະລິດ ຫຼັງຈາກນ້ຳບົກແຫ້ງ ເປັນຕົ້ນແມ່ນໄດ້ຈັດຫາກະກຽມແນວພັນ
ພືດຜັກ ເພື່ອສະໜອງໃຫ້ຊາວນາ ຊາວສວນ ຜູ້ທີ່ເຮັດອາຊີບດ້ານການປູກຝັງເປັນຕົ້ນຕໍ ພາຍຫຼັງເນື້ອທີ່ປູກຝັງຖືກເສຍ
ຫາຍ ແລະ ມີບາງບ່ອນກໍໄດ້ລົງມືປູກແລ້ວ ນອກຈາກນັ້ນຍັງໄດ້ກະກຽມແນວພັນເຂົ້າຈຳນວນໜຶ່ງ ໂດຍສະເພາະແມ່ນ
ເນື້ອທີ່ທີ່ຖືກເສຍຫາຍຫຼາຍ ຕ້ອງການແນວພັນເຂົ້າຫຼາຍຈຳນວນ 10 ໂຕນ ໃຫ້ຊາວນາຟື້ນຟູການຜະລິດເຮັດນາຕ່າວ
ແລະ ສູ້ຊົນເຮັດນາແຊງໃຫ້ຖືກຕ້ອງ ແລະ ທັນກັບເວລາ ຊຶ່ງການສະໜອງແນວພັນຜັກໃຫ້ຊາວນາ ແມ່ນສະໜອງໃຫ້ລ້າໆ
ແລະ ແນວພັນເຂົ້າ ແມ່ນສະໜອງຕາມນະໂຍບາຍທີ່ທາງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໄດ້ກຳນົດໃຫ້ ນີ້
ແມ່ນຄຳໃຫ້ສຳພາດຂອງທ່ານ ບານລົມ ສີອັກກະສອນ ວ່າການຫົວໜ້າຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງໄຊ
ທານີ.

ໄດ້ຈາກ
http://www.vientianemai.net/news.php?TopicID=1&NewsID=4569

ไม่มีความคิดเห็น: