วันอังคารที่ 12 สิงหาคม พ.ศ. 2551

ຄວາມຈຳເປັນໃນການອະນຸຮັກສິ່ງແວດລ້ອມທຳມະຊາດ




ສິ່ງແວດລ້ອມທຳມະຊາດມີຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ມວນມະນຸດ ຫຼື ເວົ້າອີກຢ່າງໜຶ່ງແມ່ນຄົນເຮົາບໍ່ສາ
ມາດຈະດຳລົງຄົງຢູ່ໄດ້ ຖ້າຫາກຂາດປັດໄຈສິ່ງແວດລ້ອມທຳມະຊາດ ສະນັ້ນ ເມື່ອເຫັນຄວາມສຳຄັນຄືດັ່ງກ່າວ ມັນຈຶ່ງມີ
ຄວາມຈຳເປັນທີ່ພວກເຮົາຈະຕ້ອງໄດ້ພ້ອມກັນອະນຸຮັກຮັກສາສິ່ງແວດລ້ອມທຳມະຊາດໃຫ້ມີຄວາມຍືນຍົງຕະຫລອດໄປ.
ມາຮອດປັດຈຸບັນນີ້ ພວກເຮົາຕ້ອງຍອມຮັບນຳກັນວ່າ ສິ່ງແວດລ້ອມທຳມະຊາດທີ່ເຄີຍມີຄວາມອຸດົມສົມບູນ
ມາຫຼາຍພັນປີນັ້ນ ໄດ້ຖືກນ້ຳມືຂອງມະນຸດມ້າງເພທຳລາຍຈົນໃກ້ຈະເຖິງຂີດແດງແລ້ວ ແລະ ໄດ້ກໍ່ໃຫ້ເກີດຜົນກະທົບໃນ
ທາງລົບຫຼາຍຢ່າງຕໍ່ການດຳລົງຊີວິດຂອງມະນຸດເອງສະແດງອອກ ຕົ້ນໄມ້ຖືກທຳລາຍຍ້ອນການຂຸດຄົ້ນ ຈູດໄຮ່ ຈູດປ່າ
ລ່າເນື້ອ ຢ່າງຊະຊາຍ ເຮັດໃຫ້ແມ່ນ້ຳລຳທານຖືກບົກແຫ້ງ ບໍ່ມີນ້ຳພຽງພໍກັບຄວາມຕ້ອງການໃນການອຸປະໂພກ-ບໍລິໂພກ
ອາກາດມີພິດຫຼາຍ ອຸນຫະພູມສູງຂຶ້ນໃນແຕ່ລະປີ ອົກຊີກໍຫລຸດໝ້ອຍຖອຍລົງ ຝົນຕົກບໍ່ຖືກຕາມລະດູ ການເຮັດໃຫ້ຫນ່ວຍ
ໂລກຮ້ອນຂຶ້ນ ແລະ ຈະກ້າວໄປເຖິງຈຸດອັນຕະລາຍ ເວົ້າເຖິງສັດນ້ຳ-ສັດປ່າກໍໃກ້ຈະສູນພັນໄປ ໂດຍສະເພາະແມ່ນຈຳ
ພວກສັດທີ່ຫາຍາກມີຈຳນວນໜ້ອຍ ແລະ ເປັນເປົ້າໝາຍລ່າຂອງມະນຸດ ຖ້າພວກເຮົາບໍ່ມີມາດຕະການໃນການອະນຸຮັກ
ຮັກສາ ແນ່ນອນວ່າ ລູກຫຼານຜູ້ເກີດໃຫມ່ໃຫຍ່ລຸນ ກໍຈະບໍ່ມີໂອກາດໄດ້ເຫັນສັດປ່າເຫລົ່ານັ້ນອີກ ນອກຈາກນັ້ນ ເຄື່ອງປ່າ
ຂອງດົງກໍນັບມື້ບົກແຫ້ງລົງ ຍ້ອນການຊອກຄົ້ນ ເກັບກູ້ຢ່າງຊະຊາຍ ທຳລາຍແນວພັນເຄື່ອງປ່າຂອງດົງທີ່ມີຄ່າ ເຊັ່ນ:
ຫມາກແຫນງ ຫວາຍ ທູນ ຮາກໄມ້ເປັນຢາ ແລະ ອື່ນໆ.
ໂດຍຫລິງເຫັນຄຸນຄ່າອັນມະຫາສານຂອງສິ່ງແວດລ້ອມທຳມະຊາດນັ້ນ ຕະຫລອດໄລຍະທີ່ຜ່ານມາ ພັກ-ລັດ
ຖະບານເຮົາກໍໄດ້ປຸກລະດົມຊຸກຍູ້ ແລະ ມີມາດຕະການອັນເດັດຂາດໃຫ້ປະຊາຊົນຊັ້ນຄົນຕ່າງໆ ພ້ອມກັນມີສ່ວນຮ່ວມໃນ
ການອະນຸຮັກຮັກສາສິ່ງແວດລ້ອມທຳມະຊາດ ໂດຍສະເພາະກໍແມ່ນໄດ້ອອກກົດຫມາຍຫລາຍສະບັບທີ່ກ່ຽວຂ້ອງກັບການ
ປົກປັກຮັກສາຄຸ້ມຄອງສິ່ງແວດລ້ອມ ກຳນົດເຂດປ່າສະຫງວນ ຈັດຕັ້ງປູກຕົ້ນໄມ້ເພື່ອຟື້ນຟູປ່າທີ່ຖືກຊຸດໂຊມ ແລະ ອື່ນໆ
ເຊິ່ງໄດ້ເຮັດໃຫ້ສະພາບແວດລ້ອມໄດ້ຮັບການປົວແປງໃຫ້ນັບມື້ດີຂຶ້ນ.
ຖ້າຫາກພວກເຮົາຮ່ວມແຮງຮ່ວມໃຈກັນອະນຸຮັກສິ່ງແວດລ້ອມທຳມະຊາດໄດ້ດີ ມັນກໍຈະເກີດຄຸນປະໂຫຍດ
ຢ່າງມະຫາສານ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນຂຽວສົດງົດງາມ ແລະ ພວກເຮົາກໍຈະມີໄມ້ສຳລັບໃຊ້ສອຍໃນຊີວິດ
ປະຈຳວັນຢ່າງພຽງພໍ ເຊັ່ນ: ເຮັດເຮືອນຢູ່ອາໄສ ປ້ອນເຂົ້າໂຮງງານອຸດສາຫະກຳປຸງແຕ່ງຜະລິດເປັນສິນຄ້າເພື່ອໃຊ້ສອຍ
ແລະ ສ້າງລາຍຮັບໃຫ້ແກ່ປະເທດຊາດ ມີປ່າໄມ້ອຸດົມສົມບູນ ກໍເຮັດໃຫ້ມີນ້ຳສຳ ລັບອຸປະໂພກ-ບໍລິໂພກຢ່າງພຽງພໍ ເຮັດ
ໃຫ້ອາກາດຊຸມເຢັນ ອຸນຫະພູມຕ່ຳລົງ ອາກາດພໍດີ ມີຝົນຕົກຕາມລະດູການ ມີນ້ຳພຽງພໍ ເພື່ອທຳການຜະລິດກະສິກຳ
ເຮັດໃຫ້ອາກາດປາສະຈາກມົນລະພິດ ມີອົກຊີພຽງພໍ ເພື່ອການຫາຍໃຈຂອງມະນຸດ ແລະ ສັດນາໆຊະນິດ ພ້ອມກັນນັ້ນ
ຊັບພະຍາກອນເຄື່ອງປ່າຂອງດົງກໍຈະມີຄວາມອຸດົມສົມບູນ ສັດປ່າ ສັດນ້ຳຈະບໍ່ສູນພັນ ແລະ ນັບມື້ແຜ່ຂະຫຍາຍ ເຮັດໃຫ້
ຄົນເຮົາມີຊີວິດຊີວາດຳລົງຊີວິດຢ່າງສະດວກສະບາຍ.
ນອກຈາກນັ້ນ ການອະນຸຮັກສິ່ງແວດລ້ອມທຳມະຊາດ ປ່າໄມ້ ຫ້ວຍນ້ຳລຳທານໃຫ້ຂຽວສົດງົດງາມນັ້ນ ກໍຍັງ
ເປັນສິ່ງຫນຶ່ງທີ່ສຳຄັນເພື່ອດຶງດູດ ແລະ ສ້າງຄວາມຈັບອົກຈັບໃຈໃຫ້ແກ່ບັນດານັກທ່ອງທ່ຽວທຳມະຊາດ ສ້າງເງື່ອນໄຂ
ໃຫ້ເຂົາເຈົ້າມາທ່ອງທ່ຽວ ພັກຜ່ອນຢ່ອນອາລົມ ເຊິ່ງຈະເປັນການສ້າງລາຍຮັບໃຫ້ແກ່ປະເທດຊາດອີກດ້ວຍ.
ອະນຸຮັກສິ່ງແວດລ້ອມທຳມະຊາດ ໝາຍເຖິງການປົກປັກຮັກສາ ແລະ ຟື້ນຟູທຳມະຊາດໃຫ້ມີຄວາມອຸດົມສົມ
ບູນ ແລະ ຍືນຍົງຄົງຕົວ ໂດຍໃຫ້ມີການຍືນຍົງໃນອະນາຄົດ ເທົ່າທຽມກັບການນຳໃຊ້ໃນປັດຈຸບັນນີ້.

ອ້າງອິງ
http://www.vientianemai.net/news.php?TopicID=12&NewsID=3851

ไม่มีความคิดเห็น: