วันเสาร์ที่ 2 สิงหาคม พ.ศ. 2551

ນ້ຳມັນແກ້ວ...

ເຄີຍຂຽນເລື່ອງການຕັ້ງນ້ຳມັນຂາຍເປັນແກ້ວຕາມແຄມທາງມາແລ້ວ! ແຕ່ເບິ່ງຄືວ່າດຽວນີ້ມີຂາຍຫລາຍຂຶ້ນ
ເຊິ່ງບາງບ່ອນກໍວາງຂາຍຕໍ່ຫນ້າປ້ຳນ້ຳມັນໂລດ... ເຫັນວ່າປະເຈີດປະເຈີ້ເກີນໄປ! ຄືຊິບໍ່ມີຜູ້ມາທ້ວງ... ມາຕັກເຕືອນ ຈຶ່ງ
ເຫັນເຂົາເຈົ້ານັ່ງຂາຍຢ່າງສະບາຍ ແບບບໍ່ອາທອນຮ້ອນເຄືອງຫຍັງຫມົດ.
ຄັນເວົ້າໃນແງ່ທຸລະກິດແລ້ວກໍຖືເປັນເລື່ອງທຳມະດາ ເມື່ອຢູ່ປ້ຳບໍ່ຂາຍ ຫລືປິດ ຮູບການບໍລິການແບບນີ້ກໍເຂົ້າ
ມາແທນທີ່ໂລດ ແນວວ່າມັນເປັນກົນໄກໜຶ່ງຂອງຕະຫລາດ ມີຄວາມຕ້ອງການຢູ່ໃສ? ສິນຄ້າມັນກໍຕ້ອງໄປຕອບສະໜອງ
ໂລດລະ!.
ແຕ່ມາເບິ່ງອີກໃນຮູບແບບຫນຶ່ງແມ່ນອັນຕະລາຍ! ເພາະສ່ຽງຕໍ່ການເກີດອັກຄີໄພ... ຖັງນ້ຳມັນທີ່ເຊື່ອງໄວ້ຫຼັງ
ບ້ານນັ້ນ ບໍ່ຮູ້ວ່າຮັບປະກັນຊ່ຳໃດ?... ອັນຕໍ່ມາກໍຄົງແມ່ນເລື່ອງຄວາມສວຍງາມ ແລະ ລະບຽບຮຽບຮ້ອຍຂອງບ້ານເມືອງ
...ເມື່ອນັກທ່ອງທ່ຽວ... ເມື່ອແຂກຄົນມາຢາມມາທ່ຽວ ມັນໂລດເປັນຕາອາຍເຂົາເຈົ້າແທ້ໆ.
ຫາກເວົ້າໃນຄວາມເປັນຈິງ ການຂາຍນ້ຳມັນແກ້ວກໍຈຳເປັນໃນເຂດຊານເມືອງບ່ອນຫ່າງໄກຈາກປ້ຳນ້ຳມັນ
...ແຕ່ອັນຍົກຂຶ້ນມາເວົ້ານີ້ ແມ່ນຢູ່ກາງເມືອງ... ຢູ່ຕໍ່ຫນ້າປ້ຳ... ມັນ ໂລດເປັນເລື່ອງທີ່ບໍ່ສົມມາພາຄວນແທ້ໆ.
ໃນບົດສັງລວມຄຳຄິດຄຳເຫັນ ແລະ ຂໍ້ສະເຫນີຜ່ານໂທລະສັບສາຍດ່ວນ ໃນວາລະດຳເນີນກອງປະຊຸມສະໄໝ
ສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VI ທີ່ພວມດຳເນີນຢູ່ນີ້ ກໍມີຄຳເຫັນເຂົ້າມາກ່ຽວກັບບັນຫານີ້ ຄືໃນວັນທີ
22/7/2008 ເພີ່ນສະເຫນີວ່າ: ປະຊາຊົນນະຄອນຫລວງວຽງຈັນ ສະເຫນີໃຫ້ພາກສ່ວນຮັບຜິດຊອບອອກລະບຽບການ
ຫ້າມປະຊາຊົນທົ່ວໄປ ນຳເອົານ້ຳມັນແອັດຊັງໄປໃສ່ຂວດແກ້ວວາງຂາຍຕາມແຄມທາງ ຊຶ່ງສ່ຽງຕໍ່ການເກີດອັກຄີໄພ ພ້ອມ
ກັນນັ້ນຂໍສະເຫນີໃຫ້ປ້ຳນ້ຳມັນຕ່າງໆ ເພີ່ມເວລາຂາຍຕື່ມ (ແກ່ຍາວເວລາບໍລິການ)...
ສຳລັບທາງອອກຄົງບໍ່ຍາກ ຄິດວ່າອຳນາດການປົກຄອງບ້ານ ຕຳຫລວດກຸ່ມບ້ານ ຫລືກຳລັງ ປກສ ເຄື່ອນທີ່
ອອກມາຕັກເຕືອນ... ຫາກບໍ່ຟັງຫລາຍເທື່ອ ກໍສາມາດປັບໄຫມ ຫລື ຢຶດກໍເປັນໄດ້... ເວົ້າແນວນີ້ເພາະຜ່ານມາເຄີຍປະຕິ
ບັດມາແລ້ວ ກໍເຫັນວ່າໄດ້ຜົນ.!. ແຕ່ດຽວນີ້ ມິດຢູ່ ເສີຍຢູ່ ຄືຊິແມ່ນບໍ່ທັນໄດ້ອອກປະຕິບັດການຕັກເຕືອນກັນ ເພາະບັນຫາ
ນີ້ມີຄວາມສ່ຽງສູງແທ້ໆໃດ໋..?

ອ້າງອີງ
http://www.vientianemai.net/news.php?TopicID=3&NewsID=3800

ไม่มีความคิดเห็น: