วันเสาร์ที่ 2 สิงหาคม พ.ศ. 2551

ຈົ່ງມີສະຕິຕໍ່ໄພທຳມະຊາດ


ນ້ຳຖ້ວມຢູ່ປະເທດຈີນ

ການຂ້າມບັກທີ່ທ່າບັກບ້ານມ່ວງ ໄປຍັງເມືອງຈຳປາສັກ

ຫາກເປັນບັນຫາວິທະຍາສາດ ເຕັກໂນໂລຊີ ຫລື ແຜນການດຳລົງຊີວິດປະຈຳວັນຂອງຄົນເຮົາ ກໍອາດກຳນົດ
ໄດ້... ແຕ່ຖ້າແມ່ນໄພທຳມະຊາດແລ້ວກໍຍາກທີ່ຈະກຳນົດໄດ້ ວ່າຈະເກີດຂຶ້ນຍາມໃດ ແລະ ຢູ່ໃສ ແມ່ນປະເທດທີ່ມີຄວາມ
ກ້າວຫນ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກໍຍັງບໍ່ສາມາດຕ້ານມັນໄດ້ ດັ່ງໄທ+ເຮົາ+ເຈົ້າ+ຂ້ອຍ ຮູ້ເຫັນກັນ
ເກືອບທຸກວັນ.
ເພື່ອຫລີກລ້ຽງບັນຫາດັ່ງກ່າວ ມີແຕ່ທຸກໆຄົນຈົ່ງມີສະຕິລະວັງຕົວ ໂດຍສະເພາະແມ່ນບ່ອນໃດສະຖານທີ່ໃດ
ທີ່ຖືກກຳນົດໃຫ້ເປັນເຂດລະວັງໄພນ້ຳຖ້ວມ ຫລື ເຂດສ່ຽງໄພນັ້ນ ຍິ່ງຕ້ອງໄດ້ເພີ່ມທະວີຄວາມລະມັດລະວັງຕໍ່ໄພທຳມະ
ຊາດ ບໍ່ວ່າຈະເປັນຊີວິດອິນຊີຊັບສິນມີຄ່າ ແລະ ສັດລ້ຽງ.
ຕໍ່ບັນຫາດັ່ງກ່າວນີ້ ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ມີຄວາມເປັນຫ່ວງ ແລະ ໃຫ້ທິດຊີ້ນຳແກ່ກະຊວງທີ່
ກ່ຽວຂ້ອງໃນການຮັບມືຕໍ່ໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນໃນປີນີ້ ໂດຍສະເພາະກໍແມ່ນກະຊວງກະສິກຳ-ປ່າໄມ້ ເຊິ່ງແມ່ນ
ກະຊວງທີ່ພົວພັນໂດຍກົງກັບວຽກງານປູກຝັງ-ລ້ຽງສັດ ເພາະຖ້າເກີດມີນ້ຳຖ້ວມ ແນ່ນອນຍ່ອມສົ່ງຜົນກະທົບຕໍ່ເນື້ອທີ່ທຳ
ການຜະລິດ ແລະ ເມື່ອເນື້ອທີ່ການຜະລິດເສຍຫາຍ ຢາກ ຫລື ບໍ່ຢາກ ຜົນສະທ້ອນທາງດ້ານສະບຽງອາຫານກໍຕ້ອງຕິດ
ຕ້ອຍຫ້ອຍຕາມມາເປັນທຳມະດາ.
ສະນັ້ນ ຈິ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງໄດ້ໃກ້ຊິດເຖິງແຫລ່ງຂໍ້ມູນຂ່າວສານຕ່າງໆ ເຊັ່ນ: ວິທະຍຸ ໂທລະ
ພາບ ແລະ ສິ່ງພິມຕ່າງໆ.
ສ່ວນເຂດໃດປະສົບໄພນ້ຳຖ້ວມແລ້ວ ເມື່ອນ້ຳຫລຸດລົງ ຫລື ບົກແຫ້ງ ຈົ່ງຮີບຮ້ອນຫ້າງຫາກະກຽມໃນການປູກ
ພືດທີ່ເປັນສິນຄ້າທົດແທນ ເພື່ອເຮັດແນວໃດໃຫ້ສາມາດຕອບສະຫນອງດ້ານສະບຽງອາຫານພຽງພໍກັບຄວາມຕ້ອງການ
ບໍລິໂພກຂອງຄອບຄົວ ແລະ ສັງຄົມ ຂະນະດຽວກັນ ກໍຄວນລະມັດລະວັງຕື່ມເລື່ອງພະຍາດບາດເຍົາ ທີ່ອາດຈະຕາມມາ
ກັບນ້ຳ ເຊັ່ນ: ພະຍາດຖອກທ້ອງ ໄຂ້ຍຸງ ເຫລົ່ານີ້ເປັນຕົ້ນ.

- ອ້າງອິງ
http://www.vientianemai.net/news.php?TopicID=2&NewsID=3831

ไม่มีความคิดเห็น: