วันอังคารที่ 12 สิงหาคม พ.ศ. 2551

ຫລາຍບ້ານທີ່ຢູ່ແຄມແມ່ນ້ຳຂອງ ຖືກຜົນກະທົບຈາກໄພນ້ຳຖ້ວມ


ສະພາບນ້ຳຖ້ວມໃນນະຄອນຫລວງວຽຈັນ ໄດ້ຖ້ວມອີກຫລາຍຈຸດ ເຊິ່ງໃນວັນທີ 11 ສິງຫາ 2008 ນີ້ ທ່ານ
ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍວິຊາການຈຳນວນຫນຶ່ງ ໄດ້ລົງຕິດຕາມ ແລະ ສັງ
ເກດການສະພາບນ້ຳຖ້ວມ ໃນນະຄອນຫລວງວຽງຈັນ.

ທ່ານຮອງເຈົ້າຄອງ ໄດ້ໃຫ້ສຳພາດວ່າ ເວົ້າລວມແລ້ວ ພາຍຫລັງທີ່ໄດ້ຮັບແຈ້ງຈາກອົງການອຸຕຸນິຍົມ ທາງຄະ
ນະພັກ ອົງການປົກຄອງນະຄອນຫລວງວຽງຈັນ ກໍໄດ້ມີການປະຊຸມຈັດຕັ້ງຄະນະກຳມະການຕ້ານຖ້ວມ ຫລັງຈາກນັ້ນກໍ
ໄດ້ປຸກລະດົມພາກສ່ວນຕ່າງໆເຊັ່ນ: ເຈົ້າເມືອງ ກຸ່ມບ້ານ ຕະຫລອດຮອດແຕ່ລະບ້ານ ໃຫ້ຮ່ວມແຮງຮ່ວມໃຈກັນແກ້ໄຂບັນ
ຫານ້ຳຖ້ວມນີ້ ໂດຍພື້ນຖານແລ້ວມາເບິ່ງ 2 ວັນທີ່ຜ່ານມາ ການຜັນແປຂອງແມ່ນ້ຳຂອງ ແມ່ນມີທ່າເຄື່ອນຂຶ້ນສູງ ເຊິ່ງ
ຈາກການວັດແທກໃນວັນທີ 11 ສິງຫາ ເວລາ 5 ໂມງເຊົ້າ ແມ່ນເຂົ້າຫລາຍກ່ວາ 12 ແມັດ ແຕ່ຄວາມຈິງຢູ່ໃນນະຄອນ
ຫລວງວຽງຈັນ ຖ້າລະດັບນ້ຳຂຶ້ນຮອດ 13 ແມັດ ພວກເຮົາກໍຍັງສາມາດຮັບມືກັບໄພນ້ຳຖ້ວມໄດ້ຢູ່.

ແຕ່ມາເບິ່ງລວມແລ້ວ ໃນມື້ນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ ເຊິ່ງນັບແຕ່ເມືອງສີໂຄດຕະບອງ ເຂດບ້ານເກົ້າລ້ຽວ
ສີບຸນເຮືອງ ຕະຫລອດເຖິງເມືອງຫາດຊາຍຟອງ ກໍມີບາງຈຸດເຊັ່ນ: ແກ້ງປາຢ້າງ ທີ່ເປັນຈຸດລໍ່ແຫລມທີ່ຕ້ອງໄດ້ໃຊ້ກຳລັງ
ຫລາຍ ໂດຍສະເພາະແມ່ນບັນດາແຮງງານຂອງອ້າຍນ້ອງທະຫານ ຕຳຫລວດ ແລະ ພະນັກງານ ລັດຖະກອນທີ່ມີຄວາມ
ຮັບຜິດຊອບນີ້ ພ້ອມກັນນີ້ ກໍໄດ້ມີແຜນປຸກລະດົມພໍ່ຄ້າຊາວຂາຍ ນັກທຸລະກິດ ແລະ ອື່ນໆ ຕ້ອງໄດ້ກະກຽມກຳລັງໃນການ
ຕ້ານຖ້ວມນີ້ ເພື່ອເປັນກຳລັງແຮງປະຊາຊົນ ໂດຍສະເພາະແມ່ນບ່ອນທີ່ມີຄວາມຫຍຸ້ງຍາກສັບສົນ ກໍໄດ້ຈັດຕັ້ງຍົກຍ້າຍປະ
ຊາຊົນຂຶ້ນ ເຊິ່ງມາເຖິງປັດຈຸບັນ ສະພາບກໍຢູ່ໃນທ່ວງທ່າທີ່ຕ້ອງລະວັງ ຈຶ່ງໄດ້ແຕ່ງຕັ້ງພະນັກງານເຈົ້າຫນ້າທີ່ຢູ່ປະຈຳຕະ
ຫລອດ 24 ຊົ່ວໂມງ ພິເສດທີ່ສຸດ ບ່ອນໃດທີ່ຢູ່ຕ່ຳເຊັ່ນ: ແກ້ງປາຢ້າງ ພວກເຮົາກໍໄດ້ຂົນດິນຂົນຊາຍປະຈຳ ຍົກຕົວຢ່າງວ່າ
ຖ້າລະດັບນ້ຳຂຶ້ນສູງກ່ວາ 13 ແມັດ ພວກເຮົາກໍຈະໄດ້ເສີມຄູກັນນ້ຳຕື່ມອີກບາງຈຸດ.

ດັ່ງນັ້ນ ໃນນາມຕາງຫນ້າໃຫ້ແກ່ການນຳຂອງພັກ ແລະ ຕາງຫນ້າອົງການປົກຄອງ ສະມາຊິກສະພາແຫ່ງ
ຊາດເຂດ 1 ນະຄອນຫລວງວຽງຈັນ ກໍຂໍຮຽກຮ້ອງມາຍັງທຸກອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຈົ່ງໄດ້ຮ່ວມແຮງ
ຮ່ວມໃຈສະຫລະບາງສິ່ງຂອງ ເພື່ອຊ່ວຍເຫລືອແກ່ຜູ້ປະສົບເຄາະຮ້າຍໃນຄັ້ງນີ້ ເຊິ່ງປັດຈຸບັນ ພວກເຮົາກໍໄດ້ເອົາໃຈໃສ່ຫັນ
ພະນັກງານສັດຕະວະແພດ ແພດ-ຫມໍ ມາເບິ່ງແຍງດູແລປະຊາຊົນທີ່ຍົກຍ້າຍ ອີກເທື່ອຫນຶ່ງກໍຂໍຮຽກຮ້ອງມາຍັງພໍ່ແມ່ປະ
ຊາຊົນຊາວນະຄອນຫລວງວຽງຈັນ ຈົ່ງໄດ້ມີສະຕິລະວັງຕົວໃນໄພນ້ຳຖ້ວມຄັ້ງນີ້ ພິເສດ ກໍແມ່ນບັນດາເຈົ້າຫນ້າທີ່ພາກ
ສ່ວນທີ່ກ່ຽວຂ້ອງ ຈົ່ງເຝົ້າລະວັງສະພາບການຫັນປ່ຽນຕ່າງໆ ເພື່ອລາຍງານແຈ້ງໃຫ້ເຈົ້າຫນ້າທີ່ນະຄອນຫລວງວຽງຈັນ ກໍ
ຄືບັນດາເມືອງ ເພື່ອຈະໄດ້ສຸມກຳລັງເຂົ້າໃສ່ ແລະ ແກ້ໄຂໃຫ້ທັນເວລາ.

ຕໍ່ສະພາບຄືດັ່ງກ່າວນີ້ ໃນວັນທີ 11 ສິງຫາ 2008 ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງ
ວຽງຈັນ ແລະ ບັນດາທ່ານການນຳນະຄອນຫລວງ ແລະ ຄະນະກຳມະການຮັບຜິດຊອບຕ້ານໄພນ້ຳຖ້ວມ ລົງຕິດຕາມ
ຢ່າງໃກ້ຊິດ ແນະນຳໃຫ້ອຳນາດການປົກຄອງໃນແຕ່ລະບ່ອນ ຕ້ອງໄດ້ຕິດຕາມການກວດກາເວນຍາມ ຕະຫລອດ 24 ຊົ່ວ
ໂມງ ແລະ ບ່ອນທີ່ຈຸດລໍ່ແຫລມ ກໍໃຫ້ມີການລະດົມທຸກພາກສ່ວນກຳລັງ ປກສ ແລະ ປກຊ ພ້ອມທັງພໍ່ແມ່ປະຊາຊົນ ເຂົ້າ
ຮ່ວມຂະບວນການຕ້ານໄພນ້ຳຖ້ວມໃນຄັ້ງນີ້.

ຂ່າວແຈ້ງຕື່ມວ່າ: ໃນວັນທີ 11 ສິງຫາ 2008 ນີ້ ພະນັກງານກຸ່ມໂຄກເພີງ ເມືອງສັງທອງ ນະຄອນຫລວງວຽງຈັນ
ໄດ້ລົງເກັບກຳສະພາບນ້ຳຖ້ວມ ເນື້ອທີ່ການຜະລິດຂອງປະຊາຊົນພາຍໃນກຸ່ມດັ່ງກ່າວ ມີ 10 ບ້ານ ທີ່ລຽບຕາມ
ລຳແມ່ນ້ຳຂອງ ຊຶ່ງມີເນື້ອທີ່ນາທີ່ຖືກນ້ຳຖ້ວມ 395 ເຮັກຕາ ໄຮ່ຫມູນວຽນ 47 ເຮັກຕາ ສວນສາລີ 128 ເຮັກຕາ ສວນມັນ
ຕົ້ນ 5 ເຮັກຕາ ສວນຢາງພາລາ 5,5 ເຮັກຕາ ຫນອງປາ 12 ເຮັກຕາ ເນື້ອທີ່ພືດຕ່າງໆ 14,5 ເຮັກຕາ ເນື້ອທີ່ປູກຫມາກ
ເຍົາ 1 ເຮັກຕາ ຄັງລ້ຽງສັດ 41,5 ເຮັກຕາ ແລະ ຖ້ວມກ້ອງລາງເຮືອນ 19 ຫລັງຄາເຮືອນ ຖ້ວມເສັ້ນທາງ 17 ຈຸດນີ້ແມ່ນ
ລາຍງານຈາກພະນັກງານຖະແຫລງຂ່າວເມືອງສັງທອງ.

ຂ່າວແຈ້ງຕື່ມໃຫ້ຮູ້ອີກວ່າ: ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນ ກ່ຽວກັບສະພາບນ້ຳຖ້ວມຢູ່ເມືອງປາກງື່ມ
ນະຄອນຫລວງວຽງຈັນ ຍ້ອນຝົນຕົກຫນັກຕິດຕໍ່ກັນຫລາຍວັນ ລະຫວ່າງທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ 2008
ນີ້ ແມ່ນມີ 11 ບ້ານທີ່ໄດ້ຮັບຜົນກະທົບ ແລະ ມີເນື້ອທີ່ການຜະລິດຖືກນ້ຳຖ້ວມທັງຫມົດ 808,60 ເຮັກຕາ ໃນນີ້ໄດ້ຮັບ
ຄວາມເສຍຫາຍປະມານ 81 ເຮັກຕາ.

ທ່ານ ທົດສະກັນ ໄກສອນເພັດ ຮອງຫົວຫນ້າຫ້ອງການສົ່ງເສີມກະສິກຳ-ປ່າໄມ້ເມືອງປາກງື່ມ ໄດ້ລາຍງານ
ກ່ຽວກັບສະພາບນ້ຳຖ້ວມ ແລະ ຜົນເສຍຫາຍຢູ່ເມືອງດັ່ງກ່າວ ເມື່ອທ້າຍອາທິດຜ່ານມາ ເຊິ່ງມີ 33 ບ້ານ ທີ່ໄດ້ຮັບຜົນກະ
ທົບ ໃນນີ້ຢູ່ລຽບຕາມແຄມງື່ມມີ 7 ບ້ານ ແລະ ລຽບຕາມແຄມຂອງ 26 ບ້ານ ເຊິ່ງຫນັກຫນ່ວງກ່ວາຫມູ່ແມ່ນຢູ່ບ້ານໂນນ
ຊາຍ ແລະ ບ້ານດອນແຍງ ສ່ວນຢູ່ເຂດສິນໄຊ ມີ 5 ບ້ານ ນັບແຕ່ບ້ານເວີນກະເບົາຫາບ້ານທ່າກົກໄຮ ອັນເຮັດໃຫ້ເນື້ອທີ່
ນາປີ ເນື້ອທີ່ປູກພືດຕ່າງໆ ແລະ ເນື້ອທີ່ຕົ້ນໄມ້ອຸດສາຫະກຳທີ່ຢູ່ໃນເຂດພື້ນທີ່ຕ່ຳ ຖືກນ້ຳຖ້ວມໄດ້ຮັບຄວາມເສຍຫາຍ.

ຕໍ່ສະພາບດັ່ງກ່າວ ຫ້ອງການສົ່ງເສີມກະສິກຳເມືອງ ກໍໄດ້ມີແຜນຈະຟື້ນຟູການຜະລິດຄືນໃຫມ່ ພາຍຫລັງນ້ຳ
ບົກແຫ້ງລົງ ດ້ວຍການຊຸກຍູ້ຊາວກະສິກອນໃນເຂດທີ່ປະສົບໄພນ້ຳຖ້ວມ ກະກຽມລົງມືເຮັດນາຕ່າວ ແລະ ປູກພືດໄລຍະ
ສັ້ນ ເພື່ອທົດແທນຜົນເສຍຫາຍໃນຄັ້ງນີ້
* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 12-08-2008

ອ້າງອີງ

ไม่มีความคิดเห็น: